ເວທີປາໄສເສດຖະກິດສີຂຽວ 2025: ວິສາຫະກິດເອີລົບ ແລະ ຫວຽດນາມ ຮ່ວມແຮງຮ່ວມໃຈຊຸກຍູ້ການຫັນເປັນສີຂຽວ
ກປ.ອອນໄລ - ເວທີປາໄສເສດຖະກິດສີຂຽວ 2025 ເຊິ່ງຈະຈັດຕັ້ງໃນວັນທີ 27 ພະຈິກ ຢູ່ຮ່າໂນ້ຍ ແມ່ນກາລະໂອກາດເພື່ອໃຫ້ນັກວາງແຜນນະໂຍບາຍ, ນັກຊ່ຽວຊານ, ວິສາຫະກິດຫວຽດນາມ ແລະ ເອີລົບ ແບ່ງປັນວິໄສທັດ, ແນະນໍາບັນດາເຕັກໂນໂລຊີໃໝ່ເພື່ອຊຸກຍູ້ການຫັນປ່ຽນ, ສ້າງອະນາຄົດສີຂຽວ ແລະຍືນຍົງໃຫ້ແກ່ຄົນລຸ້ນຕໍ່ໄປ.
ນີ້ແມ່ນຂໍ້ມູນທີ່ໄດ້ປະກາດໃນກອງປະຊຸມຂ່າວກ່ຽວກັບເວທີປາໄສ ໂດຍສະຫະສະມາຄົມວິສາຫະກິດເອີລົບ ປະຈຳ ວຽດນາມ (EuroCham) ຈັດຕັ້ງໃນຕອນເຊົ້າວັນທີ 6 ພະຈິກ ຢູ່ຮ່າໂນ້ຍ.
    |
 |
|
ກອງປະຊຸມຂ່າວກ່ຽວກັບເວທີປາໄສເສດຖະກິດສີຂຽວ 2025. ພາບ: EuroCham |
ໃນກອງປະຊຸມຂ່າວ, ທ່ານ Bruno Jasspart, ປະທານ Eurocham ໄດ້ຊີ້ແຈ້ງວ່າ ຫວຽດນາມ ເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ໃນຂະນະທີ່ເອີລົບ ປະຈຸບັນເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 3 ຂອງຫວຽດນາມ, ສະນັ້ນ, ສອງຝ່າຍຕ້ອງເພີ່ມທະວີການສົມທົບກັນ, ເຂົ້າໃຈລະບຽບການ ແລະມາດຕະຖານຂອງກັນໃນຂົງເຂດຫັນເປັນສີຂຽວ, ເພື່ອພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາເສດຖະກິດແບບຍືນຍົງ.
ໃນຂອບເຂດເວທີປາໄສເສດຖະກິດສີຂຽວ 2025 ມີ 9 ກອງປະຊຸມຍ່ອຍ, ດ້ວຍບາງຫົວຂໍ້ທີ່ພົ້ນເດັ່ນ, ຄື: ກົນໄກຊື້ຂາຍໄຟຟ້າໂດຍກົງ, ການປ່ຽນແປງໃໝ່ພະລັງງານສະອາດ, ການສະສົບເຮືອນຢູ່ສັງຄົມ ແລະກໍ່ສ້າງແບບຍືນຍົງ, AI ແລະການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ,... ຄຽງຂ້າງນັ້ນ, ຍັງມີ 3 ກອງປະຊຸມສໍາມະນາ ທີ່ສຸມໃສ່ເຂົ້າໃນລະບົບຕ່ອງໂສ້ການຜະລິດ ແລະການສະໜອງສີຂຽວ, ການເງິນເພື່ອການເຕີບໂຕສີຂຽວ, ການພັດທະນາຕົວເມືອງແບບຍືນຍົງ ແລະຄົມມະນາຄົມອັດສະລິຍະ. ງານວາງສະແດງສີຂຽວ 2025 ດຶງດູດຫົວໜ່ວຍວາງສະແດງ 185 ແຫ່ງ, ໂດຍແນະນຳເຕັກໂນໂລຢີທີ່ກ້າວໜ້າ, ຜະລິດຕະພັນສີຂຽວ ແລະມາດຕະການທີ່ເໝາະສົມກັບເງື່ອນໄຂຢູ່ຫວຽດນາມ.
ໂດຍ: ຈາງຫງວຽນ