leftcenterrightdel
ທ່ານ ໂຮ່ກວາງບືວ ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັງ ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດສະວິດ - ຫວຽດນາມ 2025. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມເວທີປາໄສ. ພາບ: qdnd.vn

ຫົວຂໍ້ຫຼັກທີ່ນັກຊ່ຽວຊານ ແລະວິສາຫະກິດສົນໃຈ ລວມມີ: “ການເຊື່ອມໂຍງການຄ້າພາກພື້ນ ແລະທົ່ວໂລກ”, “ຂອບກົດໝາຍສຳລັບການຄ້າ ແລະການລົງທຶນຕ່າງປະເທດ”, “ນະວັດຕະກຳໃນຂົງເຂດເຕັກໂນໂລຊີທາງດ້ານການເງິນ ແລະການເງິນດີຈີຕອນ” ແລະພິເສດແມ່ນ “ພັດທະນາສູນການເງິນສາກົນ”.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມປຶກສາຫາລືການເຊື່ອມໂຍງດ້ານການຄ້າ ແລະທົ່ວໂລກ. ພາບ: qdnd.vn

ໃນຂອບເຂດຂອງເວທີປາໄສ, ໄດ້ດໍາເນີນພິທີລົງນາມຂໍ້ຕົກລົງຮ່ວມມືສະບັບຕ່າງໆຂອງຄູ່ຮ່ວມມືສະວິດ ກັບນະຄອນດ່ານັງ.

ກ່າວຄຳເຫັນໄຂເວທີປາໄສ, ທ່ານ ໂຮ່ກວາງບືວ ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັງ ໃຫ້ຮູ້ວ່າ ການຍົກລະດັບສາຍພົວພັນຫວຽດນາມ-ສະວິດ ຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນຕົ້ນປີນີ້ແມ່ນການເລີ່ມຕົ້ນໃຫ້ສັງກາດຮ່ວມມືຮອບດ້ານ ແລະຍືນຍົງ, ມຸ່ງໄປເຖິງການພັດທະນາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະຫຼາຍຂົງເຂດທີ່ສໍາຄັນອື່ນ.

ເລື່ອງຍົກລະດັບການພົວພັນຫວຽດນາມ-ສະວິດ ສ້າງເງື່ອນໄຂທີ່ສະດວກໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ, ໃນນັ້ນມີນະຄອນດ່ານັງ, ເຊື່ອມຕໍ່, ເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຂອງສະວິດກວ່າອີກ.

ນະຄອນດ່ານັງ ໄດ້ຮັບການຄັດເລືອກເປັນສະຖານທີ່ພັດທະນາສູນການເງິນສາກົນຫວຽດນາມ (IFC) ແລະສູນການຄ້າເສລີ (FTZ). ນີ້ແມ່ນກໍາລັງຜັກດັນເຕີບໂຕໃໝ່, ມີລັກສະນະຍຸດທະສາດແຫ່ງຊາດ ແລະນະຄອນໃຫ້ຄໍາໝັ້ນສັນຍາສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອສ້າງສະພາບນິຕິກໍາ ແລະກົນໄກທີ່ລື່ນກາຍ.

leftcenterrightdel
ບັນດາຜູ້ແທນທີ່ເວທີປາໄສເສດຖະກິດສະວິດ-ຫວຽດນາມ ປີ 2025. ພາບ: qdnd.vn

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໜຶ່ງໃນບັນດາບຸລິມະສິດໃຫຍ່ຂອງກະຊວງການຕ່າງປະເທດ ແມ່ນໜູນຊ່ວຍທ້ອງຖິ່ນຕ່າງໆເຊື່ອມໂຍງເຂົ້າກັບສາກົນ. ສຳລັບນະຄອນດ່າໜັງ, ກະຊວງການຕ່າງປະເທດ ຍາມໃດກໍຮ່ວມເດີນທາງໃນການສົ່ງເສີມການລົງທຶນ, ດຶງດູດແຫຼ່ງກໍາລັງ ແລະໂຄສະນາຮູບພາບຂອງນະຄອນທີ່ຂະຫຍັນຂັນເຄື່ອນ, ເປັນມິດ ແລະມີຊີວິດຊີວາ.

ດ່ານັງ ແມ່ນໜຶ່ງໃນບັນດາທ້ອງຖິ່ນພົ້ນເດັ່ນຂອງທົ່ວປະເທດໃນການຊຸກຍູ້ ແລະພັດທະນາການພົວພັນຮ່ວມມືສາກົນ. ປະຈຸບັນ, ນະຄອນມີການພົວພັນຮ່ວມມືກັບ 60 ທ້ອງຖິ່ນຂອງ 20 ກວ່າ ປະເທດ; ເຊັນຂໍ້ຕົກລົງຮ່ວມມື 120 ສະບັບ ແລະຈັດຕັ້ງຫຼາຍເຫດການທີ່ມີລະດັບພາກພື້ນ ແລະສາກົນ.

ຕາມທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີ ແລ້ວ, ສະວິດ ບໍ່ພຽງແຕ່ເປັນຄູ່ຮ່ວມມືດ້ານເສດຖະກິດເທົ່ານັ້ນ, ຫາກຍັງເປັນເພື່ອນຮ່ວມເດີນທາງໄລຍະຍາວອີກດ້ວຍ, ປະກອບສ່ວນຊ່ວຍໃຫ້ຫວຽດນາມ ປະຕິບັດເປົ້າໝາຍການພັດທະນາສີຂຽວ ແລະນະວັດຕະກໍາຂອງຕົນໃຫ້ສໍາເລັດ.

ໂດຍ: ໄຊນີດາ