ເສດຖະກິດຫວຽດນາມ ຜ່ານມູມມອງຂອງສາກົນ
    
    
    
        
            
ທະນາຄານ HSBC ແລະ Standard Chartered ໄດ້ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%, ສູງກວ່າ 2 ຄະແນນສ່ວນຮ້ອຍເມື່ອທຽບໃສ່ກັບການຄາດຄະເນກ່ອນນັ້ນ.
        
        
        
            
	ໃນສະພາບການເສດຖະກິດທົ່ວໂລກສືບຕໍ່ປະເຊີນໜ້າກັບຄວາມກົດດັນ ແລະໄພຄວາມສ່ຽງຫຼາຍຢ່າງ, ຫວຽດນາມ ສືບຕໍ່ປະກົດຂຶ້ນຄືຈຸດປະກາຍແຈ້ງກ່ຽວກັບການເຕີບໂຕຂອງພາກພື້ນອາຊີ, ດ້ວຍຄວາມໄວໃນການຟື້ນຟູທີ່ເປັນໜ້າປະທັບໃຈ ແລະຄວາມສາມາດໃນການປັບຕົວໃຫ້ເຂົ້າກັບບັນດາການຜັນແປຢ່າງມີໄຫວພິບ.
	
		
			|     | 
		
			|  | 
		
			| ກໍາປັ່ນ ເຂົ້າທຽບທ່າກຳປັ່ນຫ໋າຍຝ່ອງ. ພາບ: ສໍານັກຂ່າວສານຫວຽດນາມ | 
	
	ທະນາຄານ HSBC ແລະ Standard Chartered ໄດ້ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຫວຽດນາມ ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%, ສູງກວ່າ 2 ຄະແນນສ່ວນຮ້ອຍ ເມື່ອທຽບໃສ່ກັບການຄາດຄະເນກ່ອນນັ້ນ. ກໍ່ຄ້າຍຄືກັນ, ໃນຕົ້ນເດືອນນີ້, ບັນດາອົງການຈັດຕັ້ງສາກົນ ຄື: ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB) ແລະທະນາຄານພັດທະນາ ອາຊີ (ADB) ກໍ່ດັດປັບເພີ່ມການຄາດຄະເນການເຕີບໂຕຂອງຫວຽດນາມ ຂຶ້ນ, ຖືນີ້ແມ່ນຈຸດປະກາຍແຈ້ງທີ່ຫາຍາກ ໃນການຮັກສາທ່າຟື້ນຟູໃຫ້ເປັນປົກກະຕິ” ໃນທ່າມກາງສະພາບການເສດຖະກິດໂລກທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ.
	ຕາມ Standard Chartered ແລ້ວ, ສາມປັດໄຈຫຼັກຊ່ວຍໃຫ້ຫວຽດນາມ ຮັກສາທ່າເຕີບໂຕຢ່າງໝັ້ນແກ່ນ ລວມມີ: ການຄ້າທີ່ເປັນປົກກະຕິ, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແບບຍືນຍົງ ແລະຄວາມຕ້ອງການພາຍໃນປະເທດມີການຟື້ນຟູຢ່າງແຂງແຮງ. ສ່ວນ HSBC ຖືວ່າ ຫວຽດນາມ ພວມກາຍເປັນການເລືອກຍຸດທະສາດໃນວິວັດການສ້າງໂຄງປະກອບມຸນຄ່າທົ່ວໂລກຄືນໃໝ່, ຍ້ອນສະພາບແວດລ້ອມມະຫາພາກເປັນປົກກະຕິ, ນະໂຍບາຍປີການເງິນທີ່ມີໄຫວພິບ ແລະພື້ນຖານໂຄງລ່າງອຸດສາຫະກຳໄດ້ຮັບການປັບປຸງຢ່າງວ່ອງໄວ.
	ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ