ໂດຍປະຕິບັດຕາມໂທລະເລກທາງການ ສະບັບເລກທີ  21 ວັນທີ 27 ຕຸລາ ຂອງຄະນະຊີ້ນໍາປ້ອງກັນພົນລະເຮືອນແຫ່ງຊາດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດບັນດາໂທລະເລກທາງການຂອງທ່ານນາຍົກລັດຖະມົນຕີ ແລະກົມໃຫຍ່ເສນາທິການກ່ຽວກັບການສຸມໃສ່ຮັບມືກັບຝົນຕົກໜັກ, ອັນຕະລາຍຈາກນ້ຳໄຫຼຊຸ, ນໍ້າຖ້ວມ, ດິນເຈື່ອນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນຢ່າງເຂັ້ມງວດ. ລະດົມກຳລັງ, ພາຫະນະເຂົ້າຮ່ວມການກູ້ໄພກູ້ຊີບເມື່ອມີຄວາມຕ້ອງການ. ຮັບປະກັນຄວາມປອດໄພກ່ຽວກັບຄົນ ແລະພາຫະນະໃຫ້ກຳລັງຕ່າງໆໃນຂະນະທີ່ປະຕິບັດໜ້າທີ່...

ກອງບັນຊາການທະຫານເຂດ 4, ທະຫານເຂດ 5 ໃຫ້ຊີ້ນຳບັນດາກົມກອງ ແລະກອງບັນຊາການທະຫານແຂວງ, ນະຄອນ ຕາມພາລະບົດບາດ, ໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຊີ້ນຳພະແນກ, ຄະນະ, ຂະແໜງການ, ກໍາລັງຕ່າງໆທີ່ຕັ້ງທັບໃນບໍລິເວນ, ລົງກວດກາເຂດຈຸດສຸມທີ່ຖືກນໍ້າຖ້ວມ, ນ້ຳໄຫຼຊຸ, ດິນເຈື່ອນ, ລະດົມກຳລັງ, ພາຫະນະ, ທັນຍາຫານ, ສະບຽງອາຫານ, ຮັກສາການຕິດຕໍ່ສື່ສານຢູ່ເຂດທີ່ມີຄວາມສ່ຽງເກີດການຕັດແບ່ງ ແລະໂດດດ່ຽວຈາກດິນເຈື່ອນ, ນໍ້າຖ້ວມຢ່າງຮີບດ່ວນ, ຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢ່າງທັນການ.

ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ແມ່ທັບນ້ອຍ 18 ກຽມພ້ອມກໍາລັງ, ເຮືອບິນເພື່ອຊອກຫາກູ້ໄພກູ້ຊີບ, ຂົນສົ່ງສິນຄ້າ, ເຄື່ອງໃຊ້ທີ່ຈຳເປັນເມື່ອມີຄວາມຕ້ອງການ. ເຫຼົ່າຮົບສື່ສານ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ຮັບປະກັນການຕິດຕໍ່ສື່ສານຢ່າງລຸລ່ວງເພື່ອຮັບໃຊ້ການຊີ້ນໍາ, ບໍລິຫານວຽກງານຮັບມືກັບໄພທໍາມະຊາດ, ພິເສດແມ່ນເຂດຖືກຕັດແບ່ງ ແລະໂດດດ່ຽວ. ບັນດາກອງພົນໃຫຍ່, ເຫຼົ່າຮົບ, ແມ່ທັບນ້ອຍ ຊີ້ນໍາກົມກອງເພື່ອລະດົມກໍາລັງ, ພາຫະນະຊ່ວຍເຫຼືອບັນດາທ້ອງຖິ່ນບ່ອນທີ່ຕັ້ງທັບແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດເມື່ອມີຄວາມຕ້ອງການ.

leftcenterrightdel
ກອງບັນຊາການປ້ອງກັນເຂດ 3-ຟູລົກ (ກອງບັນຊາການທະຫານນະຄອນເຫວ້) ໄດ້ຊ່ວຍປະຊາຊົນອອກຈາກເຂດຖືກນໍ້າຖ້ວມ. ພາບ: ຕ໊ຽນແທັ່ງ

* ໃນວັນທີ 27 ຕຸລາ, ກະຊວງປ້ອງກັນປະເທດ ໄດ້ຈັດສົ່ງພະນັກງານ, ນັກຮົບ 1.150 ຄົນ ພ້ອມກັບພາຫະນະ 38 ຄັນເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ດິນເຈື່ອນ. ລະອຽດ, ຜັນຂະຫຍາຍພະນັກງານ, ນັກຮົບ, ທະຫານລາດ 902 ຄົນ ແລະພາຫະນະ 22 ຄັນ ເພື່ອຍົກຍ້າຍຄອບຄົວຢູ່ 16 ຕາແສງ ແລະ 68 ຈຸດທີ່ຖືກນ້ຳຖ້ວມໃນບໍລິເວນນະຄອນເຫວ້; ລະດົມພະນັກງານ, ນັກຮົບ, ທະຫານລາດ 248 ຄົນ ແລະພາຫະນະ 16 ຄັນ ໄປໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ດິນເຈື່ອນຢູ່ 9 ຕາແສງ ແລະ 25 ຈຸດທີ່ຖືກນໍ້າຖ້ວມຢູ່ນະຄອນດ່ານັງ.

* ວັນທີ 27 ຕຸລາ, ຫ້ອງການຄະນະຊີ້ນໍາປ້ອງກັນພົນລະເຮືອນແຫ່ງຊາດ ກໍ່ໄດ້ອອກໂທລະເລກທາງການ ເລກທີ 506 ກ່ຽວກັບການສຸມໃສ່ຮັບມືກັບນ້ຳໄຫຼຊຸ, ດິນເຈື່ອນຢູ່ບັນດາແຂວງ, ນະຄອນ ນັບແຕ່ກວ໋າງຈິ ໄປຫາດັກລັກ, ສະເໜີໃຫ້ ກອງບັນຊາການປ້ອງກັນພົນລະເຮືອນບັນດາແຂວງ, ນະຄອນ ຈັດຕັ້ງການຕິດຕາມການຜັນແປຂອງໄພທໍາມະຊາດ, ຝົນຕົກນໍ້າຖ້ວມຢູ່ບໍລິເວນຢ່າງໃກ້ຊິດ; ຜັນຂະຫຍາຍວຽກງານຮັບມືຢ່າງທັນການ ແລະມີປະສິດທິຜົນຕາມທິດນໍາ “4 ຢູ່ກັບທີ່”; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງກອງທັບ ແລະກໍາລັງອື່ນໆເພື່ອເລັ່ງຊ່ວຍປະຊາຊົນ, ຍົກຍ້າຍປະຊາຊົນ ແລະຊັບສິນອອກຈາກເຂດອັນຕະລາຍ ແລະຮັບປະກັນຄວາມປອດໄພໃຫ້ປະຊາຊົນ.

leftcenterrightdel
ບັນດາກຳລັງຜັນຂະຫຍາຍວິທີເຂົ້າເຖິງ ແລະຊ່ວຍເຫຼືອລູກເຮືອ 4 ຄົນ ຢູ່ກໍາປັ່ນ ND 3464 ຖືກນໍ້າພັດໄປ. ພາບ: ເລືອງຫງອັກ

* ເວລາ 16:15 ໂມງ ຂອງວັນທີ 27 ຕຸລາ, ຢູ່ຫ່າງຈາກແຫຼມເຊີນຈ່າ, ນະຄອນດ່ານັງ ປະມານ 6,5 ໄມທະເລ, ກໍາປັ່ນທ໊າຍຮາ ໝາຍເລກ 8888 ມີລູກເຮືອ 8 ຄົນ, ບັນຈຸຊີມັງເກືອບ 6.000 ໂຕນ ໄດ້ຈົມນໍ້າຍ້ອນລົມພັດແຮງ ແລະຄື້ນຟອງທະເລຊັດແຮງ. ລູກເຮືອທັງໝົດໄດ້ອອກຈາກກຳປັ່ນດ້ວຍເຮືອກູ້ໄພ ແລະໄດ້ຮັບການໜູນຊ່ວຍຈາກກໍາປັ່ນລອງເຊີນ 38 ຊ່ວຍນຳເຂົ້າຝັ່ງນະຄອນດ່ານັງ ຢ່າງປອດໄພ.    

* ຕໍ່ໜ້າການຜັນແປທີ່ສັບສົນຂອງຝົນຕົກໜັກເປັນເວລາຫຼາຍວັນໄດ້ເຮັດໃຫ້ນໍ້າຖ້ວມໃນບໍລິເວນດ່ານັງ, ວັນທີ 27 ຕຸລາ, ສາງເຕັກນິກ K55 (ກົມພະລາທິການ-ເຕັກນິກທະຫານເຂດ 5) ແລະບັນດາກົມກອງ ຂຶ້ນກັບກອງບັນຊາການທະຫານນະຄອນດ່ານັງ: ກອງບັນຊາການປ້ອງກັນເຂດ 4-ບ່ານແທັກ; ກອງບັນຊາການປ້ອງກັນເຂດ 5-ດ້ຽນບ່ານ; ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນນາມຢາງ, ທະຫານຊາຍແດນນະຄອນດ່ານັງ ໄດ້ຈັດສົ່ງພະນັກງານ, ນັກຮົບສົມທົບກັບກໍາລັງທະຫານລາດ, ຕໍາຫຼວດເພື່ອໜູນຊ່ວຍ, ຊ່ວຍເຫຼືອການຍົກຍ້າຍປະຊາຊົນ ແລະຊັບສິນໄປຢູ່ບ່ອນປອດໄພ.

* ໃນຕອນກາງຄືນວັນທີ 26 ຫາ 27 ຕຸລາ,  ໄດ້ເກີດມີຝົນຕົກໜັກຢູ່ນະຄອນເຫວ້ ແລະແຂວງກວ໋າງຈິ, ການລວມກັນຂອງນໍ້າທີ່ໄຫຼມາຈາກຍານເໜືອ ແລະອ່າງເກັບນໍ້າ ຕ້ອງໄດ້ປະຕິບັດການດັດສົມນໍ້າຖ້ວມເຮັດໃຫ້ລະດັບນໍ້າໃນແມ່ນໍ້າສູງຂຶ້ນກໍ່ໃຫ້ເກີດນໍ້າຖ້ວມເປັນບໍລິເວນກວ້າງ.

* ຄຸ້ມເມືອງເກົ່າ ໂຮ້ຍອານ ມີຖະໜົນຫຼາຍສາຍຖືກນ້ຳຖ້ວມເລິກ: ວັນທີ 27 ຕຸລາ, ສະຖານີອຸຕຸນິຍົມອຸທົກກະສາດພາກກາງ ແຈ້ງໃຫ້ຮູ້ວ່າ: ລະດັບນ້ຳຢູ່ແມ່ນ້ຳຫວູຢາ, ທູບົ່ນ, ຕາມກີ ຂຶ້ນກັບນະຄອນດ່ານັງ ກຳລັງເພີ່ມຂຶ້ນຢ່າງວ່ອງໄວ, ເຮັດໃຫ້ການສັນຈອນຖືກຕັດຂາດ.

ຢູ່ບໍລິເວນຕາແສງນົງເຊີນ, ຕອນບ່າຍວັນທີ 27 ຕຸລາ, ໄດ້ເກີດນ້ຳຖ້ວມຢູ່ແມ່ນ້ຳທູບົ່ນ ໃນລະດັບ 15,58m, ສູງກວ່າລະດັບເຕືອນໄພ 3: 0,58m, ເຮັດໃຫ້ເກີດນ້ຳຖ້ວມ ແລະຖືກຕັດຂາດຫຼາຍບ່ອນ. ສາງເຕັກນິກ K55 (ກົມພະລາທິການ-ເຕັກນິກທະຫານເຂດ 5) ໄດ້ຈັດສົ່ງພະນັກງານ, ນັກຮົບຈໍານວນ 30 ຄົນ ລົງພື້ນທີ່ນໍ້າຖ້ວມເລິກ, ສົມທົບກັບກໍາລັງທະຫານລາດ ແລະຕໍາຫຼວດທ້ອງຖິ່ນເພື່ອຊ່ວຍຍົກຍ້າຍປະຊາຊົນ.

ໂດຍ: ເຈິ່ນຮວ່ຽນ