ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 - 2025 ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ໂດຍໄດ້ຮັບການຂະໜານນາມວ່າ “ມະຫາຕະຫຼາດ” ລວມມີ 5 ເຂດ, ດ້ວຍຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ, ໃນເນື້ອທີ່ກວ່າ 130.000 ຕາແມັດ. ບັນດາວິສາຫະກິດໄດ້ນຳບັນດາຜະລິດຕະພັນທີ່ເປັນເອກະລັກທີ່ສຸດ, ມີຄຸນນະພາບສູງທີ່ສຸດມາວາງສະແດງເພື່ອແນະນຳເຖິງປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະສາກົນ ທ່ານ ຫວູຊວັນຮຶງ, ຜູ້ອຳນວຍການຝ່າຍດຳເນີນທຸລະກິດ ບໍລິສັດ ຮັ່ງນົກແອນ ກອນຕຸມ ໃຫ້ຮູ້ວ່າ:

“ນີ້ແມ່ນງານຕະຫຼາດນັດໃຫຍ່ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອເຊື່ອມຕໍ່, ຈຳໜ່າຍຜະລິດຕະພັນ. ຂ້າພະເຈົ້າ ດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມງານຕະຫຼາດນັດ ແລະ ມີແຂກທ່ອງທ່ຽວມາຈາກທ້ອງຖິ່ນຕ່າງໆເປັນຈຳນວນຫຼາຍ, ແຜ່ກະຈາຍບັນດາຜະລິດຕະພັນຂອງວິສາຫະກິດ.”

leftcenterrightdel
ງານຕະຫຼາດນັດມີຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ. ພາບ: VGP

ດ້ວຍຫົວຂໍ້ ແລະ ສານທີ່ວ່າ “ເຊື່ອມຕໍ່ມະນຸດ້ວຍການຜະລິດ, ດຳເນີນທຸລະກິດ”, ງານຕະຫຼາດນັດແມ່ນເຫດການເສດຖະກິດ - ວັດທະນະທຳ ທີ່ບໍ່ພຽງແຕ່ມີຂອບເຂດລະດັບຊາດເທົ່ານັ້ນ, ຫາກຍັງບືນຕົວອອກສູ່ໂລກ, ເຊີດຊູບັນດາຜະລິດຕະພັນ, ເຄື່ອງໝາຍການຄ້າພົ້ນເດັ່ນທີ່ເປັນເອກະລັກ ແລະພູມປັນຍາຫວຽດນາມ, ປະກອບສ່ວນກະຕຸ້ນການບໍລິໂພກພາຍໃນ, ແຜ່ກະຈາຍນ້ຳໃຈ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”, ຊຸກຍູ້ການແລກປ່ຽນການຄ້າການລົງທຶນ, ເຊື່ອມໂຍງເຂົ້າກັບສາກົນ.

ແຫຼ່ງຄັດຈາກ vovworld.vn