ຊຸກຍູ້ເສດຖະກິດພາກເອກະຊົນຫວຽດນາມ ບືນຕົວອອກສູ່ຕະຫຼາດທົ່ວໂລກ
ກອງປະຊຸມ “ສົ່ງເສີມການຄ້າດ້ວຍລະບົບການຄ້າຫວຽດນາມ ປະຈຳຕ່າງປະເທດ ເດືອນຕຸລາ 2025” ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ, ຢູ່ສູນງານວາງສະແດງຫວຽດນາມ, ດົງແອັງ, ຮ່າໂນ້ຍ.
ທີ່ກອງປະຊຸມ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ແນະນຳລາຍການ “ບືນຕົວອອກສູ່ຕະຫຼາດສາກົນ ໄລຍະ 2026-2035” (GoGlobal). ນີ້ແມ່ນລາຍການເພື່ອມຸ່ງໄປເຖິງເປົ້າໝາຍສ້າງພື້ນຖານໃຫ້ວິສາຫະກິດຫວຽດນາມ ເຊື່ອມໂຍງຢ່າງໝັ້ນຄົງເຂັ້ມແຂງ, ຢືນຢັນທີ່ຕັ້ງຂອງຕົນ ໃນຕະຫຼາດທົ່ວໂລກ.
    |
 |
|
ບັນຍາກາດທີ່ກອງປະຊຸມສົ່ງເສີມການຄ້າ. ພາບ: chinhphu.vn |
ທ່ານນາງ ມາຍທິທູຮ່ຽນ, ຮອງຫົວໜ້າກົມແຜນການ, ການເງິນ ແລະຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ: “ກ່ຽວກັບຕະຫຼາດ ແລະຂະແໜງສິນຄ້າ, ວິສາຫະກິດຫວຽດນາມ ຕ້ອງກວມເອົາຍຸດທະສາດບືນຕົວຂຶ້ນຕະຫຼາດສາກົນ, ພັດທະນາຕາມຮູບແບບເລິກເຊິ່ງ, ກວ້າງຂວາງ, ຫຼາຍຮູບຫຼາຍແບບ, ທັງເປີດກວ້າງອອກສູ່ຕະຫຼາດສິນຄ້າ, ການບໍລິການໃໝ່ ທັງເພີ່ມທະວີການແຊງເຂົ້າຕະຫຼາດຂອງປະເທດ, ໂດຍຜ່ານການລົງທຶນ, ການບໍລິການ ແລະເຄື່ອງໝາຍການຄ້າ. ວິສາຫະກິດ, ນັກທຸລະກິດສຸມໃສ່ພັດທະນາລະບົບວິສາຫະກິດທີ່ມີໂຄງປະກອບຄຸ້ມຄອງທີ່ທັນສະໄໝ, ໂປ່ງໃສ, ປະຕິບັດຕາມມາດຕະຖານສາກົນ ກ່ຽວກັບດ້ານການເງິນ; ສ້າງກຳລັງນັກທຸລະກິດທົ່ວໂລກທີ່ໄດ້ຮັບການບຳລຸງສ້າງ, ປັວຕົວກັບການຜັນປ່ຽນທົ່ວໂລກຢ່າງວ່ອງໄວ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ