ຕາມໜັງສືພິມ Geopolitical Monitor (ການາດາ) ແລະ Channelnewsasia (ສິງກະໂປ) ແລ້ວ, ເລື່ອງສະຫະປະຊາຊາດເລືອກ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງພິທີລົງນາມສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ) ແມ່ນບາດກ້າວສຳຄັນກ່ຽວກັບການຕ່າງປະເທດ ເມື່ອ ຫວຽດນາມ ເປັນເຈົ້າພາບຈັດເຫດການນີ້ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ຖານະບົດບາດຂອງຫວຽດນາມ ນັບມື້ນັບເພີ່ມຂຶ້ນໃນເວທີສາກົນ. ນອກຈາກນັ້ນ, ເຫດການດັ່ງກ່າວ ກໍສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ໃນການເຂົ້າຮ່ວມສ້າງບັນດາຫຼັກເກນບໍລິຫານດີຈີຕອນທົ່ວໂລກ. ເລື່ອງເພີ່ມທະວີການຮ່ວມມືສາກົນຜ່ານສົນທິສັນຍາຮ່າໂນ້ຍ ຈະປະກອບສ່ວນຊ່ວຍໃຫ້ຫວຽດນາມ ປົກປ້ອງ ແລະປັບປຸງພື້ນຖານເສດຖະກິດດີຈີຕອນທີ່ພວມພັດທະນາຢ່າງແຮງ.

leftcenterrightdel
ພາບປະກອບຈາກ vovworld.vn

ຕາມວິທະຍຸ Sputnik (ລັດເຊຍ), ສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ ແມ່ນເອກະສານທຳອິດຂອງປະເພດນີ້ທີ່ໄດ້ຕັ້ງຊື່ນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການຕີລາຄາສູງຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງຫວຽດນາມ ໃນການສ້າງເອກະສານ, ພ້ອມທັງແມ່ນການຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດ ແລະການປະກອບສ່ວນຂອງຫວຽດນາມ ໃນບັນຫາສາກົນໃຫຍ່. ໄປຄຽງຄູ່ກັນນັ້ນ, ບັນດານັກຊ່ຽວຊານຕ່າງປະເທດກໍຕີລາຄາຢ່າງຕັ້ງໜ້າຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນວຽກງານຮັບປະກັນຄວາມໝັ້ນຄົງທາງໄຊເບີຢູ່ພາຍໃນປະເທດ.

ແຫຼ່ງຄັດຈາກ vovworld.vn