ຢູ່ໃຈກາງນະຄອນ ເຫວ້, ມີ 32/40 ຕາແສງ, ເທດສະບານຂອງນະຄອນ ເຫວ້ ຖືກນ້ຳຖ້ວມ, ຫຼາຍເຂດຊຸມຊົນຖືກນ້ຳຖ້ວມໜັກ ແລະ ຕົກຢູ່ໂດດດ່ຽວຢ່າງສິ້ນເຊີງ, ການຄົມມະນາຄົມຖືກຢຸດສະງັກ. ອຳນາດການປົກຄອງນະຄອນເຫວ້ ໄດ້ລະດົມກຳລັງທະຫານ, ຕຳຫຼວດ, ທະຫານລາດ ແລະ ບັນດາຍານພາຫະນະກົນຈັກທັງໝົດເຂົ້າຮ່ວມການຍົກຍ້າຍປະຊາຊົນໄປຍັງບ່ອນທີ່ປອດໄພ.

leftcenterrightdel
ມີ 32/40 ຕາແສງ, ເທດສະບານຂອງນະຄອນ ເຫວ້ ຖືກນ້ຳຖ້ວມ. ພາບ: vov.vn

ຢູ່ນະຄອນ ດ່າໜັງ, ລະບົບແມ່ນ້ຳ ວູຢາ, ທູບົ່ນ ນ້ຳສືບຕໍ່ຍຶ່ງຂຶ້ນສູງ, ກາຍລະດັບເຕືອນໄພ ຂັ້ນ 3 ແລະ ນ້ຳຖ້ວມຢ່າງໜັກໜ່ວງໃນວົງກວ້າງ. ທ່ານ ເລຟານມິງ, ປະທານຄະນະກຳມະການປະຊາຊົນຕາແສງ ວູຢາ, ນະຄອນ ດ່າໜັງ, ໃຫ້ຮູ້ວ່າ ອຳນາດການປົກຄອງທ້ອງຖິ່ນໄດ້ເປັນເຈົ້າການຍົກຍ້າຍປະຊາຊົນໄປຍັງບ່ອນທີ່ປອດໄພແລ້ວ.

“ປັດຈຸບັນ, 70% ບັນດາເຂດຊຸມຊົນຖືກນ້ຳຖ້ວມ, ເຮືອນຫຼາຍຫຼັງນ້ຳຖ້ວມຂຶ້ນເຖິງ 2 ແມັດ. ອຳນາດການປົກຄອງ ໄດ້ເປັນເຈົ້າການຍົກຍ້າຍປະຊາຊົນອອກໄປບ່ອນປອດໄພກ່ອນທີ່ນໍ້າໄຫຼຫຼັ່ງເຂົ້າມາຕາມແຜນການທີ່ໄດ້ວາງອອກ. ປັດຈຸບັນ, ທົ່ວຕາແສງ ແລະ ເຂດເມືອງ ດ້າຍລົກ ເກົ່າ ບໍ່ມີໄຟຟ້າໃຊ້”.

ໂດຍ: ກວຽດເຕິມ