ຕອນຄໍ່າວັນທີ 22 ຕຸລາ, ຫ້ອງການຄະນະຊີ້ນໍາປ້ອງກັນພົນລະເຮືອນແຫ່ງຊາດ ໃຫ້ຮູ້ວ່າ ປະຕິບັດໂທລະເລກທາງການຂອງນາຍົກລັດຖະມົນຕີ, ຄະນະຊີ້ນໍາປ້ອງກັນພົນລະເຮືອນແຫ່ງຊາດ, ກະຊວງປ້ອງກັນປະເທດ ກ່ຽວກັບການເປັນເຈົ້າການຜັນຂະຫຍາຍການຮັບມືກັບພາຍຸລູກທີ 12 ແລະຝົນຕົກນໍ້າຖ້ວມ, ບັນດາກົມໃຫຍ່, ອົງການ, ກົມກອງໃນທົ່ວກອງທັບໄດ້ຮັກສາລະບອບເວນຍາມຢ່າງເຂັ້ມງວດ, ກໍາແໜ້ນສະພາບການ, ຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານເພື່ອຮັບປະກັນຄວາມປອດໄພໃຫ້ຄ້າຍທະຫານ, ສາງ; ກະກຽມກໍາລັງ, ພາຫະນະພ້ອມແລ້ວທີ່ຈະຮັບມືເມື່ອສະຖານະການເກີດຂຶ້ນຢ່າງທັນການ. ພ້ອມທັງເປັນເຈົ້າການເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ກວດກາຄືນແຜນການ, ແຜນງານຮັບມືຕົວຈິງ... ໃນວັນ, ບັນດາກົມກອງຂອງກອງທັບໄດ້ຮັກສາພະນັກງານ, ນັກຮົບ 262.600 ກວ່າຄົນ, ພາຫະນະທຸກປະເພດ 6.000 ກວ່າຄັນ ເພື່ອຮັບມືກັບພາຍຸ, ໄພນໍ້າຖ້ວມ.

leftcenterrightdel
ພາບປະກອບຄັດຈາກ: qdnd.vn

* ວັນທີ 22 ຕຸລາ, ກົມກູ້ຊີບ-ກູ້ໄພ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ອອກໂທລະເລກທາງການ ເລກທີ 3617/CĐ-CHCN ສົ່ງເຖິງບັນດາກົມກອງກ່ຽວກັບການຜັນຂະຫຍາຍການຮັບມືກັບພາຍຸລູກທີ 12 ແລະຝົນຕົກນໍ້າຖ້ວມ. ກົມກູ້ຊີບ-ກູ້ໄພ ສະເໜີບັນດາກົມກອງຮັກສາລະບອບເວນຍາມທຸກຂັ້ນຢ່າງເຂັ້ມງວດ, ກໍາແໜ້ນສະພາບດິນຟ້າອາກາດ; ເປັນເຈົ້າການກວດກາຄືນແຜນການ, ແຜນງານຮັບມື, ແກ້ໄຂອຸບັດຕິເຫດ, ໄພພິບັດທໍາມະຊາດຢ່າງທັນການ ແລະມີປະສິດທິຜົນ; ຮັບປະກັນຄວາມປອດໄພກ່ຽວກັບຄົນ ແລະພາຫະນະໃຫ້ກຳລັງເມື່ອປະຕິບັດໜ້າທີ່.

ທະຫານເຂດ 4 ແລະທະຫານເຂດ 5 ຊີ້ນຳກອງບັນຊາການທະຫານບັນດາແຂວງ, ນະຄອນເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຊີ້ນໍາບັນດາພະແນກ, ຄະນະ, ຂະແໜງການ, ກໍາລັງທີ່ຕັ້ງທັບໃນບໍລິເວນລົງກວດກາບັນດາເຂດຈຸດສຸມ, ກະກຽມກຳລັງ, ພາຫະນະ, ສະບຽງອາຫານຢູ່ເຂດທີ່ມີຄວາມສ່ຽງຕໍ່ການດິນເຊາະເຈື່ອນ, ຖືກໄພນໍ້າຖ້ວມເພື່ອຮັບມືຢ່າງທັນການ...

ກອງພົນໃຫຍ່ 12, ກອງພົນໃຫຍ່ 34, ບັນດາເຫຼົ່າຮົບ, ແມ່ທັບນ້ອຍ ຊີ້ນໍາບັນດາກົມກອງເປັນເຈົ້າການສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນບ່ອນທີ່ກົມກອງຕັ້ງທັບ, ກະກຽມກໍາລັງ, ພາຫະນະເພື່ອພ້ອມແລ້ວທີ່ຈະຮັບມືກັບຝົນຕົກໜັກ, ນ້ຳແກ່ງ, ຖືກໄພນໍ້າຖ້ວມ, ດິນເຊາະເຈື່ອນໃນບໍລິເວນດັ່ງກ່າວ, ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ...

ໂດຍ: ເຈິ່ນຮວ່ຽນ