ຕອນຄ່ຳວັນທີ 25 ຕຸລາ, ຢູ່ສູນວາງສະແດງແຫ່ງຊາດ (ດົງແອັງ, ຮ່າໂນ້ຍ) ໄດ້ຈັດພິທີໄຂງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025. ເຂົ້າຮ່ວມພິທີໄຂ ມີ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳພັກ, ລັດ, ລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາທ້ອງຖິ່ນ ແລະຜູ້ຕາງໜ້ານັບຮ້ອຍວິສາຫະກິດທັງຢູ່ພາຍໃນ ແລະຕ່າງປະເທດ.

leftcenterrightdel
ໄຂງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025. ພາບ: vov.vn

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ມີຫົວຂໍ້ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ” ດ້ວຍການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ, ວິສາຫະກິດຂອງຫວຽດນາມ 2.500 ແຫ່ງ ແລະວິສາຫະກິດທີ່ມາຈາກບັນດາປະເທດປະມານ 100 ແຫ່ງ, ຄື: ຝລັ່ງ, ແບນຊິກ, ໂຮນລັງ, ໂອຕາລິດ, ຈີນ, ອິນເດຍ, ບັນດາປະເທດ ອາຊຽນ…

ບັນດາຮ້ານວາງສະແດງຢູ່ງານຕະຫຼາດນັດໄດ້ວາງສະແດງ, ໂຄສະນາບັນດາຜະລິດຕະພັນໃນຂົງເຂດອຸດສາຫະກຳ, ການຄ້າ, ເຄື່ອງໃຊ້ສອຍ, ວາງສະແດງຮູບທິວທັດ, ຮູບແບບປະດິດຄິດສ້າງຂອງຮ່າໂນ້ຍ… ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ:

“ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 ບໍ່ພຽງແຕ່ເປີດແຫ່ງເຊື່ອມຕໍ່ໃໝ່ລະຫວ່າງວິສາຫະກິດ ແລະຜູ້ບໍລິໂພກ, ລະຫວ່າງ ຫວຽດນາມ ແລະໂລກ, ລະຫວ່າງມະນຸດກັບການຜະລິດດຳເນີນທຸລະກິດເທົ່ານັ້ນ, ຫາກສຳຄັນກວ່າແມ່ນເປັນແຫ່ງ “ເລີ່ມແຫຼ່ງປະດິດຄິດສ້າງ - ພູມປັນຍາໄດ້ແຜ່ແສງສະຫວ່າງ - ພົບປະແລກປ່ຽນ, ຮ່ຳຮຽນ - ຢືນຢັນຄຸນນະທາດ - ແຜ່ກະຈາຍຄວາມເອກອ້າງທະນົງໃຈ” ແລະ ຈິດໃຈ “ລັດສ້າງສັນ - ວິສາຫະກິດນຳໜ້າ - ພາກລັດ, ເອກະຊົນຮ່ວມເດີນທາງ - ປະເທດຊາດຮັ່ງມີເຂັ້ມແຂງ - ປະຊາຊົນມີຄວາມຜາສຸກ” ອີກດ້ວຍ.

ໂດຍໄດ້ຈັດຂຶ້ນແຕ່ວັນທີ 25 ຕຸລາ ຮອດວັນທີ 4 ພະຈິກ, ຄະນະຈັດຕັ້ງຫວັງວ່າຈະໄດ້ຕ້ອນຮັບແຂກເຂົ້າມາຢ້ຽມຊົມກວ່າ 500.000 ເທື່ອຄົນ/ວັນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ