ພິທີມອບ-ຮັບເຄື່ອງກູ້ຊ່ວຍໄດ້ຈັດຂຶ້ນຢູ່ສະໜາມບິນໂນ້ຍບ່າຍ ໂດຍມີການເຂົ້າຮ່ວມຂອງທ່ານ Gennady Bezdetko  ເອກອັກຄະລັດຖະທູດ ລັດເຊຍ ປະຈຳຫວຽດນາມ ແລະທ່ານ ຫງວຽນເຈື່ອງເຊີນ, ຮອງຫົວໜ້າກົມຄຸ້ມຄອງລະບົບຄັນຄູ ແລະປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກໍາ ແລະສິ່ງແວດລ້ອມ). ພາຍຫຼັງປະຕິບັດສຳເລັດລະບຽບການຮັບເອົາ ແລະແຈ້ງພາສີແລ້ວ, ເຄື່ອງກູ້ຊ່ວຍທັງໝົດໄດ້ຂົນສົ່ງໄປນະຄອນ ເຫ໋ວ ເພື່ອໃຫ້ບັນດາອົງການກ່ຽວຂ້ອງ ແລະກໍາລັງກອບກູ້ ແຈກຢາຍໃຫ້ບັນດາຄອບຄົວຢູ່ເຂດປະສົບໄພນ້ຳຖ້ວມຢ່າງໜັກໜ່ວງ.

leftcenterrightdel
ຂົນສົ່ງເຄື່ອງກູ້ຊ່ວຍອອກຈາກເຮືອບິນ. ພາບ: ກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ

ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານເອກອັກຄະລັດຖະທູດ Gennady Bezdetko ໄດ້ສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະປະຊາຊົນຫວຽດນາມ ຕໍ່ກັບຄວາມເສຍຫາຍອັນໃຫຍ່ຫຼວງ ທີ່ເກີດຈາກໄພນໍ້າຖ້ວມຢູ່ເຂດພາກເໜືອ ແລະພາກກາງຫວຽດນາມ. ທ່ານເອກອັກຄະລັດຖະທູດ Gennady Bezdetko ຢືນຢັນວ່າ, ສະຫະພັນລັດເຊຍ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະພ້ອມແລ້ວທີ່ຈະແບ່ງປັນຄວາມຫຍຸ້ງຍາກໃນຈຸດເວລາສຸກເສີນ: “ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ການໜູນຊ່ວຍນີ້ຈະປະກອບສ່ວນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ ໃຫ້ມີຊີວິດກັບຄືນສູ່ສະພາບປົກກະຕິໂດຍໄວ”.

ກ່ອນໜ້ານັ້ນ, ເດືອນກັນຍາ ປີ 2024, ສະຫະພັນລັດເຊຍ ໄດ້ອຸປະຖໍາສິນຄ້າ 35 ໂຕນ ໃຫ້ແກ່ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi.

ໂດຍ: ທູຈາງ