ຕອນຄ່ຳວັນທີ 22 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນການແຂ່ງຂັນບົດຄວາມການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກຄັ້ງທີ 5 ປີ 2025. ທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມ ແລະມອບລາງວັນການແຂ່ງຂັນ.

leftcenterrightdel
ທ່ານ ຫງວຽນຊວັນທັງ  ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ກ່າວຄຳເຫັນທີ່ພິທີມອບລາງວັນ. ພາບ:​ vov.vn

ທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ມອບລາງວັນປະເພດ A 12 ລາງວັນ, ປະເພດ B 23 ລາງວັນ, ປະເພດ C 36 ລາງວັນ, ປະເພດຊົມເຊີຍ 66 ລາງວັນໃຫ້ແກ່ບຸກຄົນ. ໃນຈຳນວນນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ລາງວັນ A 1 ລາງວັນ ແລະ ລາງວັນ C 1 ລາງວັນ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ຫົວໜ້າຄະນະຊີ້ນຳການແຂ່ງຂັນ, ໃຫ້ຮູ້ວ່າ ການແຂ່ງຂັນນີ້ນັບມື້ນັບມີຄວາມດຶງດູດ, ສະແດງອອກຜ່ານເລື່ອງມີເກືອບ 542.000 ບົດສົ່ງເຂົ້າຮ່ວມການແຂ່ງຂັນ, ເພີ່ມຂຶ້ນ 73.000 ບົດເມື່ອທຽບໃສ່ປີ 2024. ທ່ານ ຫງວຽນຊວັນທັງ ຕີລາຄາວ່າ:

“ມີຫຼາຍບົດຂຽນສະເໜີມາດຕະການປ່ຽນແປງໃໝ່ເນື້ອໃນ, ແບບວິທີປົກປ້ອງພື້ນຖານແນວຄິດຂອງພັກໃນສັງກາດດີຈີຕອນ, ມີລັກສະນະໝູນໃຊ້ສູງໃນພື້ນຖານດີຈີຕອນ. ຜົນສຳເລັດຂອງການແຂ່ງຂັນປີນີ້ ແລະພາຍຫຼັງການຈັດຂຶ້ນ 5 ປີ ນັ້ນແມ່ນບ່ອນອີງສຳຄັນເພື່ອສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ເນື້ອໃນ, ແບບວິທີການປົກປ້ອງພື້ນຖານແນວຄິດຂອງພັກ ໃນສັງກາດພັດທະນາໃໝ່ຂອງຊາດ”.

ໂດຍ: ກວຽດເຕິມ