ວັນທີ 21 ຕຸລາ, ທີ່ນະຄອນ ໂຮ່ຈີມິນ, ໄດ້ເປີດເວທີປາໄສສາກົນ “ເປີດກວ້າງການລົງທຶນດີຈີຕອນ: ເຊື່ອມຕໍ່ທ່າແຮງດ້ານເຕັກໂນໂລຊີຂອງເອີລົບ ກັບອະນາຄົດດີຈີຕອນຂອງຫວຽດນາມ”.

leftcenterrightdel
ທ່ານ Julien Guerrier ເອກອັກຄະລັດຖະທູດ ສະຫະພາບເອີລົບປະຈຳຫວຽດນາມ ກ່າວຄຳເຫັນເປີດເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ວາລະກອງປະຊຸມຄົບຄະນະ, ທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີລົບ ປະຈຳຫວຽດນາມ ເນັ້ນໜັກວ່າ ອີຢູ ໃຫ້ຄຳໝັ້ນສັນຍາຈະປັບປຸງການພົວພັນສອງຝ່າຍໃນຂົງເຂດການລົງທຶນດ້ານການຄ້າ, ດຳເນີນທຸລະກິດເຕັກໂນໂລຊີດີຈີຕອນ, ດີຈີຕອນ ແລະການພັດທະນາສີຂຽວ. ອີຢູ ປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນຂົງເຂດການລົງທຶນດີຈີຕອນ, ຖ່າຍທອດເຕັກໂນໂລຊີ, ເຕັກນິກວິຊາສະເພາະພິເສດ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງລະຫວ່າງສອງຝ່າຍ ເພື່ອຮັບໃຊ້ການຫັນເປັນດີຈີຕອນ ແລະພັດທະນາແບບຍືນຍົງຂອງຫວຽດນາມ.

leftcenterrightdel
ທ່ານ ບຸ່ຍເທ໋ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ກ່າວຄຳເຫັນທີ່ວາລະຄົບຄະນະເປີດເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ເວທີປາໄສລວມມີ 6 ວາລະເຮັດວຽກ ດ້ວຍເນື້ອໃນມຸ່ງໄເຖິງການຊຸກຍູ້ການການພົວພັນຮ່ວມມືລະຫວ່າງວິສາຫະກິດອີຢູ ກັບວິສາຫະກິດຫວຽດນາມ ແລະບັນດາອົງການລັດຫວຽດນາມ; ແບ່ງປັນບົດຮຽນ ແລະເຕັກໂນໂລຊີ, ໜູນຊ່ວຍດ້ານການເງິນໃນຂົງເຂດການພັດທະນາ semiconductor, ການເຊື່ອມຕໍ່ໂທລະຄົມມະນາຄົມ, ພື້ນຖານໂຄງລ່າງດີຈີຕອນ, ປັນຍາປະດິດ, ການຫັນວິສາຫະກິດເປັນດີຈີຕອນ... ເພື່ອຮ່ວມກັນສ້າງລະບົບນິເວດການຮ່ວມມືດີຈີຕອນທີ່ເປີດກວ້າງ, ໄວ້ເນື້ອເຊື່ອໃຈໂດຍອີງໃສ່ການເຄົາລົບອະທິປະໄຕຂອງຂໍ້ມູນ ແລະຮ່ວມກັນສ້າງຄຸນຄ່າແບບຍືນຍົງ.

ໂດຍ: ໄຊຊະນະ