ໂຄສະນາພາບພົດຫວຽດນາມ ທີ່ເປັນມິດເຖິງເພື່ອນມິດຈີນ
ຕອນຄ່ຳວັນທີ 21 ຕຸລາ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດລາຍການໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ ປັກກິ່ງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວສອງປະເທດ 250 ແຫ່ງ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຈູງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ລາຍການໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ປັກກິ່ງ ແມ່ນເຫດການເປີດສາກທຳອິດໃນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ 3 ນະຄອນໃຫຍ່ຂອງຈີນ, ລວມມີ: ປັກກິ່ງ, ຈູງກິ່ງ ແລະ ຊືຈວານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ແລະ ປີແຫ່ງການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ຈີນ 2025.
    |
 |
ນັກທ່ອງທ່ຽວຈີນ ຢ້ຽມຊົມທໍານຽບເອກະລາດ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນຈູງແຄັງ ເນັ້ນໜັກວ່າ: “ເລື່ອງພວກເຮົາມີໜ້າຢູ່ນະຄອນຫຼວງປັກກິ່ງ ໃນມື້ນີ້, ໃນຂອບເຂດລາຍການໂຄສະນາການທ່ອງທ່ຽວຫວຽດນາມ ປີ 2025, ນັ້ນແມ່ນສານຢ່າງແຮງສະແດງຄວາມຕັດສິນໃຈລວມຂອງສອງຂະແໜງການທ່ອງທ່ຽວ ໃນການຊຸກຍູ້ການພົບປະແລກປ່ຽນ, ຮ່ວມມື ແລະພັດທະນາແບບຍືນຍົງ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງທີ່ດີງາມລະຫວ່າງປະຊາຊົນສອງປະເທດ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ