ຕອນເຊົ້າວັນທີ 12 ຕຸລາ, ຖ້ຽວບິນເລກທີ BRU 8197 ຂອງບໍລິສັດການບິນແຫ່ງຊາດ Belavia  (Belarusian Airlines) ໄດ້ລົງຈອດຢູ່ສະໜານບິນສາກົນ ຝູກວກ. ນີ້ແມ່ນຖ້ຽວບິນໂດຍກົງທຳອິດເຊື່ອມຕໍ່ນະຄອນຫຼວງ Minsk (Belarus)  ກັບເຂດພິເສດ ຝູກວັກ (ອານຢາງ).

leftcenterrightdel
ພາບປະກອບຈາກ vov.vn

ພາຍຫຼັງບິນເປັນເວລາ 10 ຊົ່ວໂມງ, ຖ້ຽວບິນເລກທີ BRU 8197 ໄດ້ສົ່ງຜູ້ໂດຍສານ 281 ຄົນ ພ້ອມດ້ວຍຈຸບິນ 14 ຄົນມາຮອດເກາະ ຝູກວກ. ຄາດວ່າ, ໃນ 10 ວັນ, ບໍລິສັດການບິນແຫ່ງຊາດ Belavia ຈະມີຖ້ຽວ 1 ແລະສົ່ງຜູ້ໂດຍສານປະມານ 300 ຄົນມາ ຝູກວກ.

ກ່າວຄຳເຫັນທີ່ພິທິຮັບຖ້ຽວບິນທຳອິດ, ທ່ານ ຫງວຽນແທັງຍານ ຮອງເລຂາຜູ້ປະຈຳອົງຄະນະພັກແຂວງ ອານຢາງ ຖືວ່າ: ສາຍການບິນ Minsk – ຝູກວັກ ຈະເປີດການຮ່ວມມືໃໝ່, ຫລຸດຜ່ອນໄລຍະຫ່າງລະຫວ່າງພາກພື້ນອາຊີຕາເວັນອອກສ່ຽວໃຕ້ ແລະ ເອີລົບກາງ, ເອີລົບຕາເວັນອອກ; ສ້າງເງື່ອນໄຂເພື່ອໃຫ້ແຂກທ່ອງທ່ຽວ, ວິສາຫະກິດ ແລະ ນັກລົງທຶນ Belarus ມາໃກ້ກັບ ຫວຽດນາມ ກ່ວາອີກ, ພ້ອມກັນນັ້ນ ກໍ່ຊ່ວຍໃຫ້ສິນຄ້າ, ຜະລິດຕະພັນກະເສດ, ຜະລິດຕະພັນອຸດສາຫະກຳ ຫວຽດນາມ ສົ່ງອອກໄປຕະຫຼາດ Belarus ແລະ ເອີລົບ ໄດ້ຢ່າງສະດວກກ່ວາ.

ແຫຼ່ງຄັດຈາກ: vovworld.vn