ສັບປະດາສິນຄ້າຫວຽດນາມ ຢູ່ຝຣັ່ງ: ນຳສິນຄ້າຫວຽດນາມ ຂຶ້ນສູ່ລະດັບເອີລົບ
ກປ.ອອນໄລ - ສັບປະດາສິນຄ້າຫວຽດນາມ ຢູ່ Monoprix ແມ່ນໂອກາດເພື່ອໃຫ້ 40 ວິສາຫະກິດຫວຽດນາມ ແນະນຳບັນດາຜະລິດຕະພັນກະເສດ, ສະບຽງອາຫານປຸງແຕ່ງ, ເຄື່ອງໃຊ້ໃນຄົວເຮືອນ, ອາພອນສະໄໝ ແລະເຄື່ອງບໍລິໂພກ.
ວັນທີ 11 ຕຸລາ, ຢູ່ສູນການຄ້າ Monoprix Beaugrenelle (ປາຣີ, ຝຣັ່ງ), ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດ Central Retail ຫວຽດນາມ ແລະລະບົບ Monoprix ຂຶ້ນກັບກຸ່ມບໍລິສັດ Casino ຈັດຕັ້ງພິທີໄຂ “ງານວາງສະແດງຜະລິດຕະພັນຫວຽດນາມ ຢູ່ Monoprix Beaugrenelle”, ເປີດບັນດາເຄື່ອນໄຫວໃນຂອບເຂດສັບປະດາສິນຄ້າຫວຽດນາມ ຢູ່ຝຣັ່ງ ປີ 2025.
    |
 |
ຫວຽດນາມ - ຝຣັ່ງ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດກະສິກຳ ແລະສະບຽງອາຫານ. ພາບ: vov.vn |
ສັບປະດາສິນຄ້າຫວຽດນາມ ຢູ່ Monoprix ແມ່ນໂອກາດເພື່ອໃຫ້ 40 ວິສາຫະກິດຫວຽດນາມ ແນະນຳບັນດາຜະລິດຕະພັນກະເສດ, ສະບຽງອາຫານປຸງແຕ່ງ, ເຄື່ອງໃຊ້ໃນຄົວເຮືອນ, ອາພອນສະໄໝ ແລະເຄື່ອງບໍລິໂພກ - ສິນຄ້າປະເພດຕ່າງໆທີ່ເຕັມໄປດ້ວຍເອກະລັກວັດທະນະທຳຫວຽດນາມ, ຕອບສະໜອງມາດຕະຖານສູງຂອງຕະຫຼາດສະຫະພາບເອີລົບ (ອີຢູ).
ທີ່ງານວາງສະແດງ, ນັກຢ້ຽມຊົມສາມາດໃຊ້ບັນດາຜະລິດຕະພັນທີ່ເປັນລັກສະນະສະເພາະຂອງຫວຽດນາມ, ນັບແຕ່ກາເຟ, ໝາກມ່ວງຫິມະພານ, ນ້ຳປາ ເຖິງເຄື່ອງຫັດຖະກຳ ແລະອາພອນສະໄໝທີ່ເປັນມິດກັບສິ່ງແວດລ້ອມ. ຮ້ານສິນຄ້າໄດ້ຮັບການອອກແບບທີ່ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ ດຶງດູດຄວາມເອົາໃຈໃສ່ຂອງຜູ້ບໍລິໂພກທ້ອງຖິ່ນ ແລະສື່ມວນຊົນຝຣັ່ງ.
ງານວາງສະແດງແກ່ຍາວໄປຮອດທ້າຍເດືອນ ຕຸລາ 2025 ຈະສິ້ນສຸດລົງ, ດ້ວຍຫຼາຍການເຄື່ອນໄຫວໂຄສະນາເຜີຍແຜ່, ແນະນຳຜະລິດຕະພັນ ແລະການເຊື່ອມຕໍ່ການແລກປ່ຽນການຄ້າໂດຍກົງ, ເປີດອອກແງ່ຫວັງໃໝ່ໃຫ້ແກ່ການເດີນທາງ “ນຳສິນຄ້າຫວຽດນາມ ອອກສູ່ໂລກ”.
ໂດຍ: ຈາງຫງວຽນ