ໃນຂອບເຂດການປະຕິບັດງານຢູ່ ອີຕາລີ ແລະ ສະວິດ, ຄະນະປະຕິບັດງານແຂວງ ແຄງຮວ່າ ນຳໂດຍທ່ານ ຫງວຽນຄັກຕວ່ານ ປະທານຄະນະກຳມະການປະຊາຊົນແຂວງ ໄດ້ມີການເຮັດວຽກກັບອົງການເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF) ຢູ່ນະຄອນ Zurich (ສະວິດ).

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ທ່ານ ປອ Philipp Rösler ປະທານ SVEF ໃຫ້ຮູ້ວ່າ ຫວຽດນາມ ພວມປະເຊີນໜ້າກັບບັນດາກາລະໂອກາດໃຫຍ່ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງສາມາດສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ບັນດາວິສາຫະກິດຂອງສອງຝ່າຍສ້າງຕັ້ງ ແລະກາຍເປັນຄູ່ຮ່ວມມືໃນຂົງເຂດຫຼັກແຫຼ່ງ.

ພ້ອມທັງ, ທ່ານກໍ່ໃຫ້ຂໍ້ສັງເກດວ່າ ການເຮັດວຽກຄັ້ງນີ້, ກໍ່ຄືການເຄື່ອນໄຫວທີ່ຈະມາເຖິງຂອງ SVEF ຢູ່ ດ່າໜັງ ຈະຊ່ວຍຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ສະວິດ ແລະ ຫວຽດນາມ ກວ່າອີກ, ໃນນັ້ນບັນດາວິສາຫະກິດສະວິດ ມີຄວາມເອົາໃຈໃສ່ຕໍ່ບັນດາທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄືແຂວງ ແຄງຮວ່າ.

ສ່ວນທ່ານ ຫງວຽນຄັກຕວ່ານ, ປະທານຄະນະກຳມະການປະຊາຊົນແຂວງ ແຄງຮວ່າ ໄດ້ສະເໜີໃຫ້ SVEF ເຊື່ອມຕໍ່ບັນດາວິສາຫະກິດຂອງສະວິດ ກັບແຂວງ ແຄງຮວ່າ ເພື່ອສຳຫຼວດ ແລະຊອກຫາກາລະໂອກາດຮ່ວມມືລະຫວ່າງສອງຝ່າຍ.

ໂດຍ: ຈາງຫງວຽນ