ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກເຖິງຄໍາໝັ້ນສັນຍາຂອງລັດຖະບານ ກ່ຽວກັບຄວາມບໍລິສຸດສັດຊື່, ສ້າງສັນ, ກະທຳ, ຮັບໃຊ້ວິສາຫະກິດ ແລະນັກທຸລະກິດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດານັກທຸລະກິດ, ວິສາຫະກິດຫວຽດນາມ ປະຕິບັດ “3 ນໍາໜ້າ”. ນັ້ນແມ່ນການນໍາໜ້າ, ເປັນແບບຢ່າງໃນການພັດທະນາວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເຂົ້າສູ່ການພັດທະນາເຕັກໂນໂລຢີຫຼັກ, ສ້າງເປັນຂະບວນການ, ທ່າອ່ຽງປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວປວງຊົນ, ປະກອບສ່ວນກໍ່ສ້າງປະເທດຊາດດີຈີຕອນ; ນໍາໜ້າ, ເປັນແບບຢ່າງໃນການຜະລິດ ແລະດຳເນີນທຸລະກິດຖືກຕາມກົດໝາຍ, ປະກອບສ່ວນກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ນໍາໜ້າ, ເປັນແບບຢ່າງໃນການປະຕິບັດມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ, ປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ການເປັນເຈົ້າຂອງປະຊາຊົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າບັນດາວິສາຫະກິດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ປາດຖະໜາ ແລະເຊື່ອໝັ້ນວ່າ ວິສາຫະກິດ, ນັກທຸລະກິດຫວຽດນາມ ຈະບືນຕົວຂຶ້ນຢ່າງແຂງແຮງ, ນໍາປະເທດພັດທະນາຢ່າງວ່ອງໄວ ແລະຍືນຍົງ; ກ້າວເຂົ້າສູ່ຍຸກໃໝ່ ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ ແລະຜາສຸກ.

ທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຮອງນາຍົກລັດຖະມົນຕີ ໄດ້ມອບຫຼາຍລາງວັນອັນສູງສົ່ງຂອງພັກ, ລັດ, ລັດຖະບານ, ນາຍົກລັດຖະມົນຕີ ໃຫ້ບັນດາວິສາຫະກິດ, ນັກທຸລະກິດດີເດັ່ນ, ມີຜົນງານໂດດເດັ່ນ.

ໂດຍ: ທູຈາງ