ແຂວງ ເລິມດົ່ງ ປະກາດ 132 ໂຄງການລົງທຶນປີ 2025
ກປ.ອອນໄລ - ທ່ານຮອງນາຍົກບັດຖະມົນຕີ ຫງວຽນຮ່ວາບິນ ປາດຖະໜາວ່າ ວິສາຫະກິດ ຈະປະຕິບັດກົດໝາຍ, ລົງທຶນແບບຍືນຍົງ, ປະກອບສ່ວນສ້າງແຂວງ ເລິມດົ່ງ ກາຍເປັນເຂດດິນແດນສີຂຽວ, ເປັນມິດ, ໜ້າຢູ່ ແລະ ພັດທະນາໃນໄລຍະຍາວນານ.
    |
 |
ແຂວງ ເລິມດົ່ງ ປະກາດ 132 ໂຄງການລົງທຶນປີ 2025. ພາບ: vov.vn |
ກອງປະຊຸມສົ່ງເສີມການລົງທຶນແຂວງ ເລິມດົ່ງ ປີ 2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ຕຸລາ, ຢູ່ ດ່າລາດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກບັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິນ ຕີລາຄາຄວາມຕັດສິນໃຈຂອງແຂວງ ເລິມດົ່ງໃໝ່ ໃນການປະກາດ 132 ໂຄງການລົງທຶນປີ 2025 ແລະ 358 ໂຄງການໄລຍະ 2026-2030, ຂຶ້ນກັບບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳເຕັກໂນໂລຊີສູງ, ຕົວເມືອງສີຂຽນ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ການຄ້າ ແລະ ສິ່ງແວດລ້ອມ.
ທ່ານຮອງນາຍົກບັດຖະມົນຕີ ຫງວຽນຮ່ວາບິນ ປາດຖະໜາວ່າ ວິສາຫະກິດ ຈະປະຕິບັດກົດໝາຍ, ລົງທຶນແບບຍືນຍົງ, ປະກອບສ່ວນສ້າງແຂວງ ເລິມດົ່ງ ກາຍເປັນເຂດດິນແດນສີຂຽວ, ເປັນມິດ, ໜ້າຢູ່ ແລະພັດທະນາໃນໄລຍະຍາວນານ.
ໂດຍ: ກວຽດເຕິມ