leftcenterrightdel
ພາບປະກອບ: baohatinh.vn

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັ້ກວ່າ ພາຍຸ Bualoi ແມ່ນພາຍຸແຮງ, ອັນຕະລາຍ, ຍາກທີ່ຈະຄາດຄະເນໄດ້ການເດີນທາງຂອງພາຍຸຢ່າງຊັດເຈນ, ພິເສດແມ່ນເມື່ອເຄື່ອນຍ້າຍລຽບຕາມແຄມທະເລ. ເພາະສະນັ້ນ, ຕ້ອງຖືນີ້ແມ່ນກໍລະນີສຸກເສີນ, ກະກຽມຮັບມືຢູ່ລະດັບສູງສຸດ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ: ກະຊວງກະສິກຳສິ່ງແວດລ້ອມ ແລະທ້ອງຖິ່ນສືບຕໍ່ເຮັດແຈ້ງບັນດາສະຖານທີ່ຖືກຜົນສະທ້ອນ, ສ້າງວິທີການ ແລະແຜນການຢູ່ເຂດຖືກຜົນສະທ້ອນ. ຂ້າພະເຈົ້າສະເໜີບັນດາອົງການສື່ມວນຊົນຖືນີ້ແມ່ນໜ້າທີ່. ລົງຂ່າວກ່ຽວກັບພາຍຸຜ່ານໂທລະພາບ, ວິທະຍຸ, ບັນດາອົງການຢູ່ທະເລ, ຄື: ອົງການກວດກາປ່າ, ຕໍາຫຼວດທະເລ ລົງຂ່າວດ້ວຍຮູບແບບຕ່າງໆຄື ທາງໂທລະສັບ, ສົ່ງຂໍ້ຄວາມ…

ແຫຼ່ງຄັດຈາກ: vovworld.vn