ລາງວັນການທ່ອງທ່ຽວຫວຽດນາມ 2025: ເຊີດຊູວິສາຫະກິດ, ຫົວໜ່ວຍການຜະລິດ ຈຳນວນ 113 ແຫ່ງ
ກປ.ອອນໄລ - ໃນ 8 ເດືອນຕົ້ນປີ 2025, ຂະແໜງການທ່ອງທ່ຽວໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ ແລະຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ ຈຳນວນ 106 ລ້ານເທື່ອຄົນ.
ຕອນເຊົ້າວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ສົມທົບກັບໜັງສືພິມວັດທະນະທຳໄດ້ຈັດພິທີມອບລາງວັນການທ່ອງທ່ຽວຫວຽດນາມ 2025. ລາງວັນການທ່ອງທ່ຽວຫວຽດນາມ 2025 ແມ່ນລາງວັນທີ່ມີຊື່ສຽງ ແລະອິດທິພົນຊື່ສຽງທີ່ສຸດຂອງຂະແໜງທ່ອງທ່ຽວຫວຽດນາມ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ແລະທ່ານນາງ ຈິ້ງທິທຸຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ມອບລາງວັນໃຫ້ບໍລິສັດການທ່ອງທ່ຽວສາກົນ 10 ແຫ່ງ ດີທີ່ສຸດທີ່ໄດ້ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມ. ພາບ: VGP |
ຕາມຄະນະຈັດຕັ້ງ, ໃນປີ 2025, ລາງວັນໄດ້ຈັດຕັ້ງເປັນຄັ້ງທີ 20. ດ້ວຍລາງວັນປີນີ້, ຂະແໜງການທ່ອງທ່ຽວຈະສືບຕໍ່ປຸກລຸກຂະບວນການແຂ່ງຂັນປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການບໍລິການ, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ເພີ່ມລັກສະນະວິຊາຊີບຂອງບັນດາວິສາຫະກິດ ແລະຫົວໜ່ວຍທີ່ກ່ຽວຂ້ອງ, ສ້າງເຄື່ອງໝາຍການຄ້າທ່ອງທ່ຽວທ້ອງຖິ່ນ, ເຄື່ອງໝາຍການຄ້າແຫ່ງຊາດ, ເຄື່ອງໝາຍວິສາຫະກິດ ແລະຜະລິດຕະພັນເທື່ອລະກ້າວ. ນີ້ແມ່ນພື້ນຖານສໍາຄັນເພື່ອໃຫ້ການທ່ອງທ່ອງຫວຽດນາມ ພັດທະນາຢ່າງແຂງແຮງ, ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດ.
ດ້ວຍ 209 ສໍາເນົາເອກະສານເຂົ້າຮ່ວມແຂ່ງຂັນ, ຄະນະຈັດຕັ້ງໄດ້ພິຈາລະນາມອບລາງວັນຈາກຕາງໜ້າບັນດາອົງການຄຸ້ມຄອງລັດໃນຂົງເຂດທີ່ກ່ຽວຂ້ອງ, ສະມາຄົມວິຊາຊີບ, ນັກຊ່ຽວຊານໄດ້ຕີລາຄາຢ່າງຍຸຕິທໍາ ແລະພາວະວິໄສ. ວິສາຫະກິດ, ຫົວໜ່ວຍການຜະລິດ ຈຳນວນ 113 ແຫ່ງທີ່ພົ້ນເດັ່ນໃນຂົງເຂດທ່ອງທ່ຽວຢູ່ 11 ລາຍການລາງວັນດ້ວຍ 18 ນາມມະຍົດໄດ້ເຊີດຊູຢູ່ລາງວັນທ່ອງທ່ຽວຫວຽດນາມ ປີ 2025, ສ່ອງແສງຮອບດ້ານການພັດທະນາຫຼາຍຮູບຫຼາຍແບບຂອງຂະແໜງທ່ອງທ່ຽວການຫວຽດນາມ, ຈາກການໄປທ່ຽວ, ພັກເຊົາຢູ່, ຂົນສົ່ງ,... ແລະປະດິດຜະລິດຕະພັນ.
ໃນ 8 ເດືອນຕົ້ນປີ 2025, ຂະແໜງການທ່ອງທ່ຽວໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ ແລະຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 106 ລ້ານເທື່ອຄົນ. ໃນປີ 2025, ຂະແໜງທ່ອງທ່ຽວສູ້ຊົນຕ້ອນຮັບນັກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນ ແລະຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດ 150 ລ້ານເທື່ອຄົນ, ນໍາຫວຽດນາມ ກາຍເປັນສະຖານທີ່ມາທີ່ປອດໄພ, ເປັນມິດ, ດຶງດູດແຖວໜ້າຂອງພາກພື້ນ ແລະໃນໂລກ.
ໂດຍ: ໄຊນີດາ