ວັນວັດທະນະທຳຫວຽດນາມ - ສ. ເກົາຫຼີ ຢູ່ ເຫ້ວ
ກປ.ອອນໄລ - ມີປະມານ 100 ຮ້ານເຂົ້າຮ່ວມເພື່ອແນະນຳວັດທະນະທຳ, ການທ່ອງທ່ຽວ, ອາຫານ ແລະຜະລິດຕະພັນພື້ນເມືອງທີ່ເປັນເອກະລັກສະເພາະຂອງ 2 ປະເທດ.
ຕອນຄ່ຳວັນທີ 27 ກັນຍາ, ຢູ່ນະຄອນ ເຫ້ວ, ຄະນະກຳມະການປະຊາຊົນນະຄອນເຫ້ວ ໄດ້ສົມທົບກັບສະຖານທູດສ.ເກົາຫຼີ ປະຈຳ ຫວຽດນາມ ຈັດຕັ້ງລາຍການ “ວັນວັດທະນະທຳຫວຽດນາມ - ສ.ເກົາຫຼີ 2025”. ວັນບຸນຈະປິດລົງໃນວັນທີ 28 ກັນຍາ.
    |
 |
ທ່ານຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນເຫ້ວ ຫງວຽນແທງບິ່ງ (ທີສອງແຕ່ຊ້າຍມາ) ມອບດອກໄມ້ໃຫ້ຕາງໜ້າສ.ເກົາຫຼີ ເຂົ້າຮ່ວມວັນບຸນ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂອບເຂດລາຍການ, ມີປະມານ 100 ຮ້ານເຂົ້າຮ່ວມແນະນຳວັດທະນະທຳ, ທ່ອງທ່ຽວ, ອາຫານ ແລະບັນດາຜະລິດຕະພັນພື້ນເມືອງທີ່ເປັນເອກະລັກສະເພາະຂອງ 2 ປະເທດ. ແຂກທ່ອງທ່ຽວຈະໄດ້ມີໂອກາດການນຸ່ງຊຸດອາພອນພື້ນເມືອງ Hanbok, ເຂົ້າຮ່ວມບັນດາການຫຼີ້ນພື້ນເມືອງຂອງອ ສ.ເກົາຫຼີ, ຮັບປະທານອາຫານພື້ນເມືອງ, ເຂົ້າຮ່ວມກິດຈະກຳເຕັ້ນ K-pop random dance, ຊົມເຊີຍເຄື່ອງຫັດຖະກຳ, ເຫ້ວ ແລະການສະແດງຫັດຖະກຳພື້ນເມືອງ. ພິເສດ, ນະຄອນ Gyeongju - ນະຄອນຫຼວງເກົ່າແກ່ນັບພັນປີຂອງ ສ.ເກົາຫຼີ ແລະແມ່ນບ່ອນຈັດຕ້ັງກອງປະຊຸມສຸດຍອດ APEC 2025 – ຄັ້ງທໍາອິດຢູ່ເຫດການ.
ຈຸດພົ້ນເດັ່ນຂອງ “ວັນວັດທະນະທຳຫວຽດນາມ - ສ.ເກົາຫຼີ 2025” ແມ່ນບັນດາລາຍການສະແດງສິລະປະພິເສດ, ປະສານສົມທົບລະຫວ່າງພື້ນເມືອງ ແລະທັນສະໄໝ. ມະຫາຊົນຈະໄດ້ຮັບຊົມດົນຕີພະລາຊະວັງເຫວ້-ມໍລະດົກໂລກເປັນນາມມະທໍາຂອງມະນຸດ, ບັນດາລາຍການສະແດງດົນຕີພື້ນເມືອງ ສ.ເກົາຫຼີ (Gugak), ພ້ອມການສະແດງສິລະປະ K-pop, V-pop ອີດດ້ວຍ.
ໂດຍ: ໄຊນີດາ