leftcenterrightdel
ພາບປະກອບຄັດຈາກ: baohatinh.vn

ເປັນເຈົ້າການຮັບມືຢູ່ລະດັບສູງທີ່ສຸດກັບ ພາຍຸ Bualoi, ຖືຊີວິດອິນຊີຂອງປະຊາຊົນຢູ່ແມ່ນສຳຄັນທີ່ສຸດ. ນີ້ແມ່ນຄວາມຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຮອງຫົວໜ້າຄະນະປະຈຳ ຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ທີ່ກອງປະຊຸມຜັນຂະຫຍາຍການຮັບມືກັບພາຍຸ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັ້ກວ່າ ພາຍຸ Bualoi ແມ່ນພາຍຸແຮງ, ອັນຕະລາຍ, ຍາກທີ່ຈະຄາດຄະເນໄດ້ການເດີນທາງຂອງພາຍຸຢ່າງຊັດເຈນ, ພິເສດແມ່ນເມື່ອເຄື່ອນຍ້າຍລຽບຕາມແຄມທະເລ. ເພາະສະນັ້ນ, ຕ້ອງຖືນີ້ແມ່ນກໍລະນີສຸກເສີນ, ກະກຽມຮັບມືຢູ່ລະດັບສູງສຸດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ:

ກະຊວງກະສິກຳສິ່ງແວດລ້ອມ ແລະທ້ອງຖິ່ນສືບຕໍ່ເຮັດແຈ້ງບັນດາສະຖານທີ່ຖືກຜົນສະທ້ອນ, ສ້າງວິທີການ ແລະແຜນການຢູ່ເຂດຖືກຜົນສະທ້ອນ. ຂ້າພະເຈົ້າສະເໜີບັນດາອົງການສື່ມວນຊົນຖືນີ້ແມ່ນໜ້າທີ່. ລົງຂ່າວກ່ຽວກັບພາຍຸ ຜ່ານໂທລະພາບ, ວິທະຍຸ, ບັນດາອົງການຢູ່ທະເລ, ຄື: ທະຫານປ້ອງກັນຊາຍແດນ, ອົງການກວດກາປ່າ, ຕ່ຳຫຼວດທະເລ ລົງຂ່າວດ້ວຍຮູບແບບຕ່າງໆ, ຄື: ທາງໂທລະສັບ, ສົ່ງຂໍ້ຄວາມ…

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ