ເວທີປາໄສແມ່ນການເຄື່ອນໄຫວແນໃສ່ກໍ່ສ້າງ ແລະພັດທະນາຖັນແຖວນັກທຸລະກິດ, ວິສາຫະກິດຫວຽດນາມ ແລະບັນດາປະເທດພາກພື້ນອາຊຽນ ໃນພື້ນຖານເສດຖະກິດເຊື່ອມໂຍງເຂົ້າກັບທົ່ວໂລກ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທຳເຊື່ອມໂຍງລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ.

leftcenterrightdel
ຜູ້ແທນເຂົ້າຮ່ວມເວທີປາໄສ. ພາບ: ເລຫງວຽນ

ທີ່ເວທີປາໄສ, ນັກຊ່ຽວຊານ, ແຂກເຊີນ, ຕາງໜ້າວິສາຫະກິດໄດ້ພ້ອມກັນປຶກສາຫາລື, ແລກປ່ຽນກ່ຽວກັບທິດທາງ, ວິທີການແກ້ໄຂນຳໃຊ້ປັນຍາປະດິດເພື່ອພັດທະນາເສດຖະກິດໃນໄລຍະໃໝ່; ເນັ້ນໜັກເຖິງບົດບາດຂອງເຕັກໂນໂລຢີນາໂນສໍາລັບຂະແໜງອຸດສາຫະກໍາທີ່ທັນສະໄໝ; ແບ່ງປັນບັນດາວິທີການແກ້ໄຂເກັບຂີ້ເຫຍື້ອຢ່າງມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມສີຂຽວ. ເວທີປາໄສກໍ່ເປັນສັກຂີພິຍານບັນດາລົງນາມໃນການຮ່ວມມືພັດທະນາ-ເຊື່ອມໂຍງ; ເປີດຕົວສູນໜູນຊ່ວຍວິສາຫະກິດ; ເຊີດຊູບົດບາດ ແລະການປະກອບສ່ວນຂອງຖັນແຖວປັນຍາຊົນ, ນັກທຸລະກິດໃນວິວັດການພັດທະນາເສດຖະກິດ ແລະການອະນຸລັກຮັກສາວັດທະນະທໍາພາກພື້ນ.

ໂດຍ: ເຈິ່ນຮວ່ຽນ