ບັນດາທ້ອງຖິ່ນ ເປັນເຈົ້າການ, ເດັດດ່ຽວປ້ອງກັນ, ຕ້ານພາຍຸ Bualoi
ວັນທີ 28 ກັນຍາ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຊັນປະກາດໃຊ້ໂທລະເລກທາງການກ່ຽວກັບການສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຈາກພາຍຸ Bualoi ແລະສະພາບຝົນຕົກ, ນ້ຳແກ່ງຖ້ວມພາຍຫຼັງພາຍຸ.
ພາຍຸ Bualoi ພັດຖະຫຼົ່ມພາກກາງ ຫວຽດນາມ ໃນຕອນເຊົ້າວັນທີ 29 ກັນຍາ. ພາຍຸ ໄດ້ສົ່ງຜົນສະທ້ອນໂດຍກົງເຖິງບັນດາແຂວງຈາກ ແທັງຮວາ ຫາ ເຫ້ວ, ມີຫຼາຍເຂດເກີດຝົນຕົກໜັກໃນວັນທີ 27 ແລະ 28 ກັນຍາ, ໂດຍສະເພາະແມ່ນຢູ່ ກວາງຈິ້, ເຫ້ວ, ດ່ານັ້ງ ແລະ ແທັງຮວາ. ພາຍຸ, ຝົນຕົກ, ນ້ຳແກ່ງຖ້ວມໄດ້ເຮັດໃຫ້ຢ່າງໜ້ອຍສຸດມີເສຍຊີວິດ ແລະ ຫາຍສາບສູນ 5 ຄົນ.
ວັນທີ 28 ກັນຍາ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຊັນປະກາດໃຊ້ໂທລະເລກທາງການກ່ຽວກັບການສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຈາກພາຍຸ Bualoi ແລະ ສະພາບຝົນຕົກ, ນ້ຳແກ່ງຖ້ວມພາຍຫຼັງພາຍຸ. ໂທລະເລກຊີ້ແຈ້ງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນເດັດດ່ຽວຜັນຂະຫຍາຍວຽກງານຮັບມື ເພື່ອຮັບປະກັນຄວາມປອດໄພທາງຊີວິດອິນຊີໃຫ້ແກ່ປະຊາຊົນ, ຈຳກັດຄວາມເສຍຫາຍດ້ານຊັບສິນຂອງປະຊາຊົນ ແລະຂອງລັດ.
    |
 |
ທະຫານຊາຍແດນໄດ້ລະດົມກຳລັງເພື່ອໜູນຊ່ວຍຮັບມືກັບພາຍຸ, ຝົນຕົກ. |
ວັນທີ 28 ກັນຍາ, ທະຫານຊາຍແດນນະຄອນ ເຫ້ວ ໄດ້ລະດົມກຳລັງ, ພາຫະນະຢ່າງສຸດຂີດ ເພື່ອໜູນຊ່ວຍປະຊາຊົນຮັບມືກັບພາຍຸ, ຝົນຕົກ. ທ່ານພັນເອກ ເຈິ່ນມິນຕວ່ານ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການທະຫານຊາຍແດນນະຄອນ ເຫ້ວ, ໃຫ້ຮູ້ວ່າ:
“ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນຳໃຫ້ກຳລັງລົງໄປບໍລິເວນ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງຕຳຫຼວດ, ທະຫານລາດປ້ອງກັນຕົວບັນດາຕາແສງ, ເພື່ອໜູນຊ່ວຍປະຊາຊົນ. ໄລ່ຮອດເວລາ 17 ໂມງຂອງວັນທີ 28 ກັນຍາ, ພະນັກງານ, ນັກຮົບ, ອຳນາດການປົກຄອງນະຄອນ, ບັນດາກຳລັງໄດ້ຍົກຍ້າຍ 1.428 ຄອບຄົວ, ກວ່າ 4.820 ຄົນໄປເຂດຫຼີກລ້ຽງພາຍຸ, ຮັບປະກັນຄວາມປອດໄພ”.
ແຫຼ່ງຄັດຈາກ vovworld.vn