ນຳວົງເງິນການຄ້າສອງຝ່າຍ ຫວຽດນາມ - UAE ຂຶ້ນເປັນ 20 ຕື້ໂດລາສະຫະລັດ
ກປ.ອອນໄລ - ຕອນເຊົ້າວັນທີ 25 ກັນຍາ, ໃນຂອບເຂດການຢ້ຽມຢາມສະຫະລັດອາຣັບເອມີເຣດ (UAE), ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ພົບປະສອງຝ່າຍກັບ ທ່ານ Maktoum bin Mohammed bin Rashid Al Maktoum ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ UAE.
ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ UAE, ທ່ານ ຫງວຽນຮວ່າບິ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານພັດທະນາຂອງ UAE ເວົ້າລວມ ແລະ Dubai ເວົ້າສະເພາະ, ພິເສດແມ່ນການພັດທະນາຕະຫຼາດການເງິນກັບ 2 ສູນການເງິນແຖວໜ້າຂອງພາກພື້ນ ແລະໃນໂລກ ແມ່ນ ຕະຫຼາດທົ່ວໂລກ Abu Dhabi (ADGM) ແລະສູນການເງິນສາກົນ Dubai (DIFC).
    |
 |
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແລະທ່ານ Maktoum bin Mohammed bin Rashid Al Maktoum ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ UAE. ພາບ: VGP |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ UAE ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ແລະຢັ້ງຢືນຄວາມພ້ອມໃນການແບ່ງປັນປະສົບການ ແລະໜູນຊ່ວຍໃນການສ້າງສູນການເງິນສາກົນຢູ່ ຫວຽດນາມ.
ທ່ານ Maktoum bin Mohammed bin Rashid Al Maktoum ຢືນຢັນວ່າຈະຊຸກຍູ້ການໃຫ້ສໍາເລັດລະບຽບການອະນຸມັດ ໂດຍໄວ ເພື່ອໃຫ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງຫວຽດນາມ ແລະ UAE (CEPA) ມີຜົນສັກສິດໂດຍໄວ, ຜ່ານນັ້ນສືບຕໍ່ຊຸກຍູ້ການແລກປ່ຽນດ້ານການຄ້າຢ່າງແຂງແຮງ ແລະບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 20 ຕື້ໂດລາສະຫະລັດ ຄືໄດ້ເຫັນດີເປັນເອກະພາບໃນໄລຍະໄວທີ່ສຸດ.
ສອງຝ່າຍເຫັນດີເພີ່ມທະວີການແບ່ງປັນບົດຮຽນໃນການກໍ່ສ້າງລະບົບນິເວດດຶງດູດທຶນສາກົນ, ເຄື່ອງມືດ້ານນິຕິກໍາ, ໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຫວຽດນາມ... ເພື່ອຍົກສູງການບໍລິການດ້ານການເງິນຢູ່ສູນການເງິນສາກົນ; ສົມທົບກັນຢ່າງຕັ້ງໜ້າເພື່ອຈັດຕັ້ງກອງປະຊຸມລົງທຶນ UAE - ຫວຽດນາມ ຢູ່ຫວຽດນາມ ໃນຕົ້ນປີ 2026 ສຳເລັດຜົນ.
ໂດຍ: ໄຊນີດາ