ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ເຢຍລະມັນ ໃນຂົງເຂດເຄື່ອງຈັກ, ກົນຈັກ
ກປ.ອອນໄລ - ງານວາງສະແດງສິນຄ້າຫວຽດນາມ ລວມມີຈຳນວນ 16 ວິສາຫະກິດ ເຂົ້າຮ່ວມດ້ວຍຜະລິດຕະພັນທີ່ຫຼາກຫຼາຍ, ຄື: ກົນຈັກປະດິດເຄື່ອງຈັກ, ການປຸງແຕ່ງກົນຈັກທີ່ຖືກຕ້ອງ, ແບບຢ່າງ, ໂຄງປະກອບເຫຼັກກ້າ ແລະແຜ່ນເຫຼັກ.
ຫວ່າງແລ້ວນີ້, ຢູ່ Hannover, ນະຄອນລັດ Niedersachsen, ເຢຍລະມັນ, ມີຫຼາຍກວ່າ 1,600 ຮ້ານວາງສະແດງທີ່ມາຈາກ 45 ປະເທດ ແລະເຂດແຄວ້ນໄດ້ເຂົ້າຮ່ວມງານວາງສະແດງການຄ້າເຕັກໂນໂລຢີການຜະລິດໃຫຍ່ທີ່ສຸດໃນໂລກ - EMO Hannover 2025.
    |
 |
ຮ້ານຄ້າ Siemens ຢູ່ງານຕະຫຼາດນັດ EMO Hannover. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂອບເຂດງານຕະຫຼາດນັດ EMO Hannover 2025, ຫ້ອງການການຄ້າຫວຽດນາມ ປະຈຳ ເຢຍລະມັນ ໄດ້ສົມທົບກັບສະມາຄົມວິສາຫະກິດກົນຈັກ ແລະໄຟຟ້ານະຄອນໂຮ່ຈີມິນ (HAMEE) ຈັດຕັ້ງງານວາງສະແດງສິນຄ້າຫວຽດນາມ, ພົວພັນແລກປ່ຽນສິນຄ້າ, ເຊື່ອມຕໍ່ວິສາຫະກິດຫວຽດນາມ ໃນຂົງເຂດກົນຈັກ, ໄຟຟ້າ.
ເຂົ້າຮ່ວມງານຕະຫຼາດນັດ EMO Hannover ຄັ້ງນີ້, ຫວຽດນາມ ລວມມີຈຳນວນ 16 ວິສາຫະກິດເຂົ້າຮ່ວມດ້ວຍບັນດາຜະລິດຕະພັນທີ່ຫຼາກຫຼາຍ, ຄື: ກົນຈັກ, ເຄື່ອງຈັກ, ໂຄງປະກອບເຫຼັກກ້າ ແລະແຜ່ນເຫຼັກ; ກົນຈັກຮັບໃຊ້ການກໍ່ສ້າງ... ນີ້ແມ່ນໂອກາດສໍາຄັນເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ໂຄສະນາຜະລິດຕະພັນ ແລະເຊື່ອມຕໍ່ກັບບັນດາວິສາຫະກິດແຖວໜ້າຢູ່ເຢຍລະມັນ ແລະອີຢູ.
    |
 |
ຮ້ານຄ້າຫວຽດນາມ ຢູ່ງານຕະຫຼາດນັດການຄ້າໂລກ-EMO Hannover 2025. ພາບ: ສໍານັກຂ່າວສານຫວຽດນາມ |
ກໍ່ໃນຂອບເຂດ EMO Hannover, ຫ້ອງການການຄ້າຫວຽດນາມ ໄດ້ຈັດການເຮັດວຽກລະຫວ່າງຄະນະວິສາຫະກິດນໍາໂດຍ HAMEE ກັບສະມາຄົມການຜະລິດເຄື່ອງຈັກ ແລະອຸປະກອນເຢຍລະມັນ (VDMA) - ແມ່ນຫນຶ່ງໃນບັນດາສະມາຄົມອຸດສາຫະກໍາແຖວໜ້າເອີຣົບ. ສອງຝ່າຍເຫັນດີເປັນເອກະພາບຈະໜູນຊ່ວຍເຊື່ອມຕໍ່ວິສາຫະກິດ, ໃນຕໍ່ໜ້າແມ່ນໜູນຊ່ວຍວິສາຫະກິດທີ່ມີຄວາມຕ້ອງການຄູ່ຮ່ວມມືລະອຽດ, ເຊື່ອມຕໍ່ຢູ່ Hannover Messe ກໍ່ຄືການຮ່ວມມືຊັບພະຍາກອນມະນຸດໃນຂົງເຂດເຄື່ອງຈັກ ແລະປະດິດ.
ໂດຍ: ໄຊນີດາ