leftcenterrightdel
ການໂອ້ລົມສົນທະນາ "ໂອກາດ ແລະສິ່ງທ້າທາຍຜັນຂະຫຍາຍ AI" ໃນຂອບເຂດວັນບຸນປັນຍາປະດິດຫວຽດນາມ. ພາບ: baochinhphu.vn

ນີ້ແມ່ນໂອກາດເພື່ອໃຫ້ຜູ້ຕາງໜ້ານັກຄຸ້ມຄອງ, ວິສາຫະກິດແບ່ງປັນບັນຫາຕົວຈິງ, ມາດຕະການເພື່ອຊຸກຍູ້ການໝູນໃຊ້, ພັດທະນາ AI ຕິດພັນກັບຍຸດທະສາດແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະພັດທະນາ AI ຢູ່ຫວຽດນາມ.

ເມື່ອກ່າວຄຳເຫັນໄຂພິທີ, ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ, ໄດ້ແບ່ງປັນບັນດາກຳນົດທິດສຳຄັນໃນການສ້າງກອບນິຕິກຳໃຫ້ແກ່ AI ຢູ່ຫວຽດນາມ, ຢັ້ງຢືນທີ່ຕັ້ງບົດບາດນຳໜ້າຂອງປະເທດໃນຂົງເຂດນີ້. ຕາມທ່ານ ບຸ່ຍຮວ່າງເຟືອງ ແລ້ວ, ຄາດວ່າ ກົດໝາຍວ່າດ້ວຍປັນຍາປະດິດຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີ 2025. ເມື່ອໄດ້ຮັບການຮັບຮອງເອົາ, ຫວຽດນາມ ຈະກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີກອບນິຕິກຳຮອບດ້ານກ່ຽວກັບ AI.

ໃນເຫດການ, ຜູ້ແທນໄດ້ປຶກສາຫາລືບາງເນື້ອໃນ ແລະມີພິທີມອບລາງວັນປັນຍາປະດິດຫວຽດນາມ - AI Awards 2025; ການເຄື່ອນໄຫວ Business Matching ແນໃສ່ເຊື່ອມຕໍ່ບັນດາວິສາຫະກິດ; ການເຄື່ອນໄຫວ AI Expo & AI Show  ດ້ວຍບັນດາຮ້ານວາງສະແດງແນະນຳ, ສຳຜັດກັບຜະລິດຕະພັນ AI.

ແຫຼ່ງຄັດຈາກ: vovworld.vn