UOB ຍົກລະດັບການຄາດຄະເນການເຕີບໂຕ GDP ຫວຽດນາມ ຂຶ້ນ 7,5% ໃນປີນີ້
ພື້ນຖານເສດຖະກິດຂອງຫວຽດນາມ ຍັງສະແດງໃຫ້ເຫັນຄວາມສາມາດຕ້ານທານ ແລະ ລັກສະນະຂະຫຍັນຂັນເຄື່ອນ.
ອະທິບາຍໃຫ້ການຄາດຄະເນດັ່ງກ່າວ UOB, ແມ່ນໜຶ່ງໃນບັນດາທະນາຄານໃຫຍ່ສຸດຂອງສິງກະໂປ ຖືວ່າ ຫວຽດນາມ ມີພື້ນຖານບັນລຸລະດັບເຕີບໂຕດັ່ງກ່າວ ຍ້ອນລະດັບເຕີບໂຕ GDP ສູງກວ່າ 7,5% ໃນເຄິ່ງຕົ້ນປີ 2025, ບວກກັບຄວາມຫວັງໄດ້ຮັບການໜູນຊ່ວຍຈາກການລົງທຶນພາກລັດເພີ່ມຂຶ້ນໃນຊຸມເດືອນທ້າຍປີ.
ໃນໄຕມາດທີ 2, GDP ຕົວຈິງຂອງຫວຽດນາມ ເພີ່ມຂຶ້ນຢ່າງແຮງ ຄື 7,96% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ລື່ນກາຍການຄາດຄະເນຂອງບັນດາຫົວໜ່ວຍກ່ອນໜ້ານັ້ນ. ໄລ່ລວມ 6 ເດືອນຕົ້ນປີ, ການເຕີບໂຕບັນລຸ 7,52% ເມື່ອທຽບໃສ່ໄລຍະດຽວກັນ, ແມ່ນລະດັບສູງສຸດໃນໄລຍະເຄິ່ງຕົ້ນປີນັບແຕ່ປີ 2011. ຄວາມຂາດສະຖຽນລະພາບກ່ຽວກັບພາສີອາກອນໄດ້ຫຼຸດລົງໃນເຄິ່ງທ້າຍປີ 2025 ພາຍຫຼັງທີ່ ອາເມລິກາ ສ້າງສຳເລັດອັດຕາພາສີສະເພາະໃຫ້ແກ່ແຕ່ລະປະເທດກ່ອນກຳນົດເວລາສຸດທ້າຍວັນທີ 1 ສິງຫາ. ອັດຕາພາສີຈັດວາງສຳລັບ ຫວຽດນາມ ແມ່ນ 20%.
ໂດຍບໍ່ຫົວຊາຕໍ່ບັນດາຄວາມສ່ຽງ ແລະຄວາມຂາດສະຖຽນລະພາບດ້ານພາສີອາກອນ, ຕາມບັນດານັກຊ່ຽວຊານ UOB ແລ້ວ ພື້ນຖານເສດຖະກິດຂອງ ຫວຽດນາມ ຍັງສະແດງໃຫ້ເຫັນຄວາມສາມາດຕ້ານທານ ແລະລັກສະນະຂະຫຍັນຂັນເຄື່ອນ. ການເຄື່ອນໄຫວສົ່ງອອກພິເສດເພີ່ມຂຶ້ນຢ່າງແຮງ, ເຖິງວ່າຈະຍັງຊ້ອນແຝງຄວາມສ່ຽງ ຖ້າຫາກຄວາມຕ້ອງການຂອງ ອາເມລິກາ ຫຼຸດລົງຍ້ອນຄວາມກົດດັນຂອງລາຄາທີ່ມາຈາກພາສີ.
ແຫຼ່ງຄັດຈາກ vovworld.vn