ຫວຽດນາມ ເພີ່ມທະວີການຮ່ວມມືພັດທະນາຕົວເມືອງກັບ ຈີນ ແລະມາເລເຊຍ
ກປ.ອອນໄລ - ໃນລະຫວ່າງວັນທີ 14-17 ກັນຍາ, ການນຳກະຊວງກໍ່ສ້າງຫວຽດນາມ ໄດ້ພົບປະສອງຝ່າຍກັບ ຈີນ ແລະມາເລເຊຍ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດກໍ່ສ້າງ ແລະພັດທະນາຕົວເມືອງໃຫ້ນັບມື້ນັບແທດຈິງ.
ກະຊວງກໍ່ສ້າງ ໃຫ້ຮູ້ວ່າ, ໃນລະຫວ່າງວັນທີ 14-17 ກັນຍາ, ຄະນະປະຕິບັດງານກະຊວງກໍ່ສ້າງຫວຽດນາມ ນໍາໂດຍ ທ່ານ ຫງວຽນເຕື່ອງວັນ ຮອງລັດຖະມົນຕີ ໄດ້ມີການພົບປະສອງຝ່າຍກັບຈີນ ແລະມາເລເຊຍ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດກໍ່ສ້າງ ແລະພັດທະນາຕົວເມືອງເຂົ້າສູ່ລວງເລິກ, ແທດຈິງ.
ບັັນດາການເຄື່ອນໄຫວດັ່ງກ່າວໄດ້ດຳເນີນໄປໃນຂອບເຂດກອງປະຊຸມໂຕະມົນລັດຖະມົນຕີກໍ່ສ້າງອາຊຽນ-ຈີນ ແລະການປະຕິບັດງານ ທີ່ນະຄອນໜານໜິງ, ແຂວງກວາງຊີ (ຈີນ), ເປີດກາລະໂອກາດຮ່ວມມືໃໝ່ຢ່າງມີປະສິດທິຜົນໃຫ້ແກ່ຂະແໜງການກໍ່ສ້າງຫວຽດນາມ.
ຕາມນັ້ນແລ້ວ, ທີ່ການພົບປະສອງຝ່າຍກັບທ່ານ Li Xianlong ຮອງລັດຖະມົນຕີກະຊວງgເຮືອນຢູ່ ແລະພັດທະນາຕົວເມືອງ - ຊົນນະບົດຈີນ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບການກໍານົດທິດພັດທະນາໃໝ່ ແລະຕີລາຄາສູງບັນດາໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ. ຝ່າຍຈີນ ໄດ້ແບ່ງປັນກ່ຽວກັບຮູບແບບການພັດທະນາຄຸນນະພາບສູງ "4 ດີ" (ເຮືອນດີ, ຄອນໂດດີ, ຕົວເມືອງດີ, ປະຊາຄົມທີ່ດີ) ໂດຍອີງໃສ່ພື້ນຖານດີຈີຕອນ ແລະເຕັກໂນໂລຊີທີ່ທັນສະໄໝ.
    |
 |
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ສ່ວນຝ່າຍຫວຽດນາມ, ທ່ານ ຫງວຽນເຕື່ອງວັນ ກໍ່ແບ່ງປັນກ່ຽວກັບບັນດາການປ່ຽນແປງໃໝ່ຍຸດທະສາດຂອງປະເທດຊາດ, ສ້າງພື້ນຖານອັນສະດວກໃຫ້ແກ່ການພັດທະນາບຸກທະລຸໃນໄລຍະຈະມາເຖິງ. ສອງຝ່າຍໄດ້ເຫັນດີຈະກວດກາຄືນໂດຍໄວ, ເຫັນດີເປັນເອກະພາບກົນໄກຮ່ວມມືໃໝ່, ສຸມໃສ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄື: ການວາງແຜນຜັງຕົວເມືອງນຳໃຊ້ເຕັກໂນໂລຊີໃໝ່; ສໍາເລັດລະບົບມາດຕະຖານ, ລະບຽບການກໍ່ສ້າງໃຫ້ສົມບູນແບບ; ລະດົມແຫຼ່ງກໍາລັງເອກະຊົນເພື່ອພັດທະນາພື້ນຖານໂຄງລ່າງ; ການຮ່ວມມືບໍາລຸງສ້າງພະນັກງານ.
ທີ່ການພົບປະກັບທ່ານ Nga Kor Ming, ລັດຖະມົນຕີກະຊວງເຮືອນຢູ່ ແລະອໍານາດການປົກຄອງທ້ອງຖິ່ນຂອງມາເລເຊຍ, ສອງຝ່າຍ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືອັນດີງາມ ແລະໄດ້ເຫັນດີເປັນເອກະພາບຈະສົ່ງເສີມການລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືໃນຂົງເຂດເຮືອນຢູ່.
ຝ່າຍມາເລເຊຍ ຍັງສະເໜີພິຈາລະນາຄວາມສາມາດເປີດສາຍການບິນໂດຍກົງລະຫວ່າງສອງປະເທດເພື່ອສ້າງຄວາມສະດວກໃຫ້ການແລກປ່ຽນການຄ້າ ແລະການລົງທຶນ. ບັນດາອົງການເຕັກນິກຂອງສອງຝ່າຍຈະສືບຕໍ່ແລກປ່ຽນເພື່ອແນໃສ່ຫັນເນື້ອໃນການຮ່ວມມືເປັນລະອຽດ.
ບັນດາການເຄື່ອນໄຫວທາງການທູດຄັ້ງນີ້ໄດ້ຢືນຢັນແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການ, ເລິກເຊິ່ງກວ້າງຂວາງຂອງກະຊວງກໍ່ສ້າງ, ໃຫ້ຄຳໝັ້ນສັນຍາຈະນຳມາເຊິ່ງການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງຂອງຂະແໜງ.
ໂດຍ: ຈາງຫງວຽນ