leftcenterrightdel
ເສັ້ນທາງສາຍຕ່າງໆ ຢູ່ຕາແສງ ອີອາລົບ ຖືກນໍ້າຖ້ວມເລິກ. ພາບ: qdnd.vn

ຕາມທ່ານພັນເອກ ບຸ່ຍກວາງຕ໊ວຽນ, ຫົວໜ້າຄ້າຍທະຫານຊາຍແດນ ແອອາຮແລວ ແລ້ວ, ປະຈຸບັນ, ເສັ້ນທາງຫຼາຍສາຍ ແລະເຂດຊຸມຊົນຫຼາຍແຫ່ງໃນບໍລິເວນຖືກຕົກຢູ່ໃນທ່າໂດດດ່ຽວ. ຕໍ່ໜ້າສະພາບການດັ່ງກ່າວ, ໂດຍປະຕິບັດຕາມການຊີ້ນໍາຂອງກອງບັນຊາການທະຫານຊາຍແດນແຂວງດັກລັກ, ທາງກົມກອງໄດ້ຜັນຂະຫຍາຍກໍາລັງ ແລະພາຫະນະເຂົ້າຮ່ວມສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ຕໍາຫຼວດ, ທະຫານ ແລະ ຄະນະເສດຖະກິດ-ປ້ອງກັນຊາດ 737 (ທະຫານເຂດ 5) ຈັດຕັ້ງການໂຄສະນາໃຫ້ປະຊາຊົນຢູ່ເຂດຖືກນໍ້າຖ້ວມຍົກຍ້າຍໄປຫາບ່ອນປອດໄພ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນອີອາຣເວ (ກອງບັນຊາການທະຫານຊາຍແດນແຂວງດັກລັກ) ແລະບັນດາກໍາລັງໂຄສະນາແນະນໍາໃຫ້ປະຊາຊົນໄປຫາສະຖານທີ່ປອດໄພ. ພາບ: qdnd.vn

ພ້ອມທັງຈັດວາງກໍາລັງເຂົ້າຮ່ວມສະກັດກັ້ນຢູ່ເສັ້ນທາງທີ່ຖືກນ້ຳຖ້ວມ, ຕັ້ງປ້າຍກ່າວເຕືອນ, ແນະນຳໃຫ້ປະຊາຊົນປະຕິບັດມາດຕະການປ້ອງກັນ, ຕ້ານໄພພິບັດຢ່າງເຂັ້ມງວດ, ບໍ່ໄປເຂດນ້ຳຖ້ວມເລິກ, ອັນຕະລາຍ. ພະນັກງານ, ນັກຮົບ ໄດ້ແບ່ງໜ້າທີ່ປະຈໍາການຢູ່ເຂດປະສົບໄພນ້ຳຖ້ວມ, ພ້ອມແລ້ວທີ່ຈະຊ່ວຍເຫຼືອ ແລະກູ້ໄພໃນກໍລະນີຈໍາເປັນ.

leftcenterrightdel
ອໍານາດການປົກຄອງທ້ອງຖິ່ນຕາແສງ ອີອາຣເວ ແລະບັນດາກໍາລັງຜັນຂະຫຍາຍມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ. ພາບ: qdnd.vn

ປະຈຸບັນ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ຍັງສືບຕໍ່ສົມທົບກັບກຳລັງຕ່າງໆ ເພື່ອໂຄສະນາ ແລະຂົນຂວາຍປະຊາຊົນຍົກຍ້້າຍອອກຈາກເຂດອັນຕະລາຍ; ພ້ອມທັງດຳເນີນການສຳຫຼວດ, ປະເມີນຜົນຄວາມເສຍຫາຍໃນເບື້ອງຕົ້ນ, ຜັນຂະຫຍາຍມາດຕະການໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ.

ໂດຍ: ທູຈາງ