leftcenterrightdel
ຈຳນວນເງິນຊ່ວຍເຫຼືອທີ່ລະດົມໄດ້ໃນ 2  ວັນ. ພາບ: ຄະນະຈັດຕັ້ງ

ຕົວເລກດັ່ງກ່າວໄດ້ລື່ນກາຍເປົ້າໝາຍໜ້ອຍສຸດທີ່ໄດ້ວາງອອກນັ້ນແມ່ນ 65 ຕື້ດົ່ງ (ປະມານ 2,47 ລ້ານໂດລາສະຫະລັດ) ພາຍໃນ 65 ວັນ (ແຕ່ວັນທີ 13 ສິງຫາ ຫາວັນທີ 16 ຕຸລາ 2025).

ດ້ວຍໝາກຜົນນີ້, ຕອນຄໍ່າວັນທີ 14 ສິງຫາ, ຜູ້ຕາງໜ້າສູນກາງສະພາກາແດງຫວຽດນາມ, ຫົວໜ້າຮັບຜິດຊອບໂຄງການຂົນຂວາຍ ໄດ້ມີຈົດໝາຍຂອບໃຈກ່ຽວກັບການຮັບເງິນຊ່ວຍເຫຼືອຝາກເຖິງປະຊາຊົນກູບາ. ໃນຈົດໝາຍ, ສູນກາງສະພາກາແດງ ຢັ້ງຢືນວ່າ ເລື່ອງໂຄງການດັ່ງກ່າວໄດ້ຮັບການຕອບສະໜອງຢ່າງສຸດອົກສຸດໃຈຈາກພໍ່ແມ່ປະຊາຊົນຫວຽດນາມ ນັບລ້ານຄົນນັ້ນ ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີມິດຕະພາບແບບພິເສດຂອງປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນ ກູບາ ອ້າຍນ້ອງ; ພ້ອມດຽວກັນນັ້ນແມ່ນແຫຼ່ງກຳລັງອັນລໍ້າຄ່າປະກອບສ່ວນຊ່ວຍໃຫ້ກູບາ ຜ່ານຜ່າຄວາມຫຍຸ້ງຍາກ, ມີການດຳລົງຊີວິດທີ່ເປັນປົກກະຕິ ແລະສືບຕໍ່ພັດທະນາ. ບັນດາການກະທຳອັນສູງສົ່ງ ແລະຈົບງາມນັ້ນບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານວັດຖຸເທົ່ານັ້ນ ຫາກຍັງແຜ່ກະຈາຍຄຸນຄ່າດ້ານຈິດໃຈ, ປະກອບສ່ວນຮັກສາ ແລະເພີ່ມພູນຄູນສ້າງສັນຍາລັກອະມະຕະຂອງນ້ຳໃຈສາມັກຄີ ຫວຽດນາມ-ກູບາ ໃນທຸກສະຖານະການ.

ໂຄງການຂົນຂວາຍການຊ່ວຍເຫຼືອປະຊາຊົນກູບາ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຮອດວັນທີ 16 ຕຸລາ 2025 ຈຶ່ງອັດລົງ.

ແຫຼ່ງຄັດຈາກ: vovworld.vn