Viettel ແລະ Qualcomm ລົງນາມໃນຂໍ້ຕົກລົງນຳຫວຽດນາມ ກາຍເປັນສູນຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີໃຫຍ່ຂອງໂລກ
Viettel ແລະ Qualcomm ຈະສືບຕໍ່ເລີ່ມດຳເນີນບັນດາໂຄງການຄົ້ນຄວ້າພັດທະນາ ດ້ວຍຈຸດປະສົງ Viettel ເປັນເຈົ້າຂອງບັນດາເຕັກໂນໂລຢີຍຸດທະສາດ, ລວມມີ: ພື້ນຖານໂຄງລ່າງ 5G/6G, ລະບົບຄຸ້ມຄອງອິນເຕີເນັດອັດສະລິຍະ ໂດຍອີງໃສ່ AI, ໂຄງລ່າງຄວບຄຸມ AI, ໂຄງລ່າງສູນຂໍ້ມູນຂ່າວສານ, ມາດຕະການ AI ໃຫ້ແກ່ລັດຖະບານ ແລະວິສາຫະກິດ….
    |
 |
ການນຳ Viettel ແລະກຸ່ມບໍລິສັດ Qualcomm ລົງນາມໃນຂໍ້ຕົກລົງ. ພາບ: qdnd.vn |
ວັນທີ 14 ສິງຫາ, ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ແລະກຸ່ມບໍລິສັດ Qualcomm (ອາເມລິກາ) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດ, ໂດຍເປົ້າໝາຍ ນຳຫວຽດນາມ ກາຍເປັນສູນຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີໃຫຍ່ຂອງໂລກ.
ຕາມນັ້ນແລ້ວ, Viettel ແລະ Qualcomm ຈະສືບຕໍ່ເລີ່ມດຳເນີນບັນດາໂຄງການຄົ້ນຄວ້າພັດທະນາດ້ວຍຈຸດປະສົງ Viettel ເປັນເຈົ້າຂອງບັນດາເຕັກໂນໂລຢີຍຸດທະສາດ, ລວມມີ: ພື້ນຖານໂຄງລ່າງ 5G/6G, ລະບົບຄຸ້ມຄອງອິນເຕີເນັດອັດສະລິຍະ ໂດຍອີງໃສ່ AI, ໂຄງລ່າງຄວບຄຸມ AI, ໂຄງລ່າງສູນຂໍ້ມູນຂ່າວສານ, ມາດຕະການ AI ໃຫ້ແກ່ລັດຖະບານ ແລະວິສາຫະກິດ... ນີ້ແມ່ນບັນດາເຕັກໂນໂລຢີ, ຜະລິດຕະພັນທີ່ນອນໃນກຸ່ມ 11 ເຕັກໂນໂລຢີຍຸດທະສາດ ໂດຍລັດຖະບານປະກາດ, ປະກອບສ່ວນຫັນເປົ້າໝາຍນຳເສດຖະກິດດີຈີຕອນ ປະກອບສ່ວນ 30% GDP ໃນປີ 2030 ຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ