ປຸກລະດົມລາຍການ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ-ກູບາ” ບໍລິຈາກສະໜັບສະໜູນປະຊາຊົນກູບາ
ກປ.ອອນໄລ - ຕອນເຊົ້າວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີປຸກລະດົມລະດັບຊາດ ລາຍການບໍລິຈາກ “65 ປີແຫ່ງສາຍຈິດມິດໃຈ ຫວຽດນາມ-ກູບາ” ຂົນຂວາຍສະໜັບສະໜູນປະຊາຊົນ ກູບາ.
ລາຍການໂດຍສູນກາງສະພາກາແດງຫວຽດນາມ ປະສານສົມທົບກັບຫົວໜ່ວຍທີ່ກ່ຽວຂ້ອງ, ໃນນັ້ນມີວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງດ້ວຍເປົ້າໝາຍລະດົມທຶນຢ່າງໜ້ອຍ 65 ຕື້ດົ່ງ (ເທົ່າກັບ 2,47 ລ້ານໂດລາສະຫະລັດ) ໃນເວລາ 65 ວັນ (ນັບແຕ່ວັນທີ 13 ສິງຫາ ຫາວັນທີ 16 ຕຸລາ 2025) ເພື່ອແນໃສ່ຊ່ວຍປະຊາຊົນກູບາ ກ່ຽວກັບອຸປະກອນການແພດ, ເຄື່ອງໃຊ້ທີ່ຈຳເປັນ ແລະຂົງເຂດຮ່ວມມືພັດທະນາແບບຍືນຍົງ.
    |
 |
ທ່ານ ໂດ໋ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວຄໍາເຫັນທີ່ພິທີປຸກລະດົມ. ພາບ: ຮົ່ງອວຽນ |
ເຂົ້າຮ່ວມພິທີປຸກລະດົມ, ທ່ານ ໂດ໋ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ ພິທີປຸກລະດົມລາຍການແມ່ນໜຶ່ງໃນບັນດາກິດຈະກຳທີ່ມີຄວາມໝາຍໃນປີມິດຕະພາບ ຫວຽດນາມ-ກູບາ 2025, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (02-12-1960 / 02-12-2025); ພ້ອມທັງແມ່ນກິດຈະກຳເພື່ອມະນຸດສະທຳສະແດງໃຫ້ເຫັນອາລົມຈິດສະໜິດຕິດພັນ ແລະຈິດໃຈສາມັກຄີສາກົນຂອງປະຊາຊົນຫວຽດນາມ ສະຫງວນໃຫ້ປະຊາຊົນກູບາ. “ລາຍການບໍ່ພຽງແຕ່ມຸ່ງໄປເຖິງການໜູນຊ່ວຍດ້ານວັດຖຸເພື່ອຊ່ວຍ ກູບາ ແກ້ໄຂຄວາມຫຍຸ້ງຍາກຕໍ່ໜ້າເທົ່ານັ້ນ ຫາກຍັງແຜ່ຂະຫຍາຍສານຢ່າງແຂງແຮງກ່ຽວກັບການແບ່ງປັນ ແລະຄວາມສາມັກຄີສາກົນ; ຢືນຢັນວ່າ ບໍ່ວ່າໃນສະພາບການໃດ, ປະຊາຊົນຫວຽດນາມ ກໍ່ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບປະຊາຊົນກູບາ”.
    |
 |
ປຸກລະດົມລາຍການບໍລິຈາກຢ່າງເປັນທາງການ. ພາບ: ຮົ່ງອວຽນ |
ໃນໄລຍະດໍາເນີນລາຍການ, ບັນດາອົງການຈັດຕັ້ງ, ບຸກຄົນສາມາດເຂົ້າຮ່ວມສະໜັບສະໜູນດ້ວຍຫຼາຍຮູບການ: ບໍລິຈາກຢູ່ອົງການ, ຫົວໜ່ວຍ, ໂຮງຮຽນ, ຊຸມຊົນ; ບໍລິຈາກຜ່ານທະນາຄານ, ລະຫັດ QR... ບັນດາການປະກອບສ່ວນຈະໄດ້ສູນກາງສະພາກາແດງ ຫວຽດນາມ ຈະໄດ້ຮັບການມອບໂອນໃຫ້ປະຊາຊົນກູບາ ໃນປີນີ້. ລາຍການດັ່ງກ່າວບໍ່ພຽງແຕ່ແມ່ນກິດຈະກຳເພື່ອມະນຸດສະທຳເທົ່ານັ້ນ, ຫາກຍັງແມ່ນສານຢ່າງແຂງແຮງເຖິງເພື່ອນມິດສາກົນວ່າ: “ຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງກູບາ, ຄື ກູບາ ຍາມໃດກໍ່ຢູ່ຄຽງຂ້າງຫວຽດນາມ”.
ໂດຍ: ເຈິ່ນຮວ່ຽນ