leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານມະຫາກໍາສະແດງວົງດົນຕີຕໍາຫຼວດສາກົນ ປີ 2025 ຢູ່ຫວຽດນາມ. ພາບ: qdnd.vn

ງານມະຫາກໍາສະແດງວົງດົນຕີຕໍາຫຼວດສາກົນ ປີ 2025 ຢູ່ຫວຽດນາມ ແມ່ນໜຶ່ງໃນບັນດາເຫດການທີ່ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ, 80 ປີ ແຫ່ງວັນມູນເຊື້ອກໍາລັງຕໍາຫຼວດປະຊາຊົນຫວຽດນາມ ແລະວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບ ຄົບຮອບ 20 ປີ.

leftcenterrightdel
ທ່ານພົນໂທ ເຈິ່ນກວກຕໍ້ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະຫາກໍາສະແດງວົງດົນຕີ ກ່າວຄໍາເຫັນເປີດພິທີ. ພາບ: qdnd.vn

ກ່າວຄໍາເຫັນເປີດພິທີ, ທ່ານພົນໂທ ເຈິ່ນກວກຕໍ້ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະຫາກໍາສະແດງວົງດົນຕີ ເນັ້ນໜັກວ່າ ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍສໍາຄັນຍິ່ງແນໃສ່ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນວັດທະນະທໍາ, ສິລະປະ ແລະຄວາມເຂົ້າໃຈເຊິ່ງກັນແລະກັນກ່ຽວກັບປະເທດ, ຜູ້ຄົນ, ວິວັດການພັດທະນາຂອງຕໍາຫຼວດປະຊາຊົນຫວຽດນາມ ກັບກໍາລັງປະຕິບັດກົດໝາຍບັນດາປະເທດ.

leftcenterrightdel
 

leftcenterrightdel
 

leftcenterrightdel
ບາງຮູບພາບຂອງບັນດາຄະນະສະແດງເປີດງານມະຫາກໍາສະແດງວົງດົນຕີ. ພາບ: qdnd.vn

ພ້ອມກັນນັ້ນ, ນີ້ກໍແມ່ນໂອກາດ ເພື່ອໂຄສະນາພາບພົດປະເທດ, ຊາວຫວຽດນາມ ເຖິງເພື່ອນມິດສາກົນ, ສະແດງໃຫ້ເຫັນຈິດໃຈຫວຽດນາມ ແມ່ນພ້ອມທີ່ຈະເປັນເພື່ອນ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ເຂົ້າຮ່ວມງານມະຫາກໍາສະແດງວົງດົນຕີຕໍາຫຼວດສາກົນ ປີ 2025 ຢູ່ຫວຽດນາມ ມີ ຄະນະກອງແກວົງ 9 ກອງ ແລະຄະນະກອງບຸນ 1 ກອງ ຂອງ 7 ປະເທດທີ່ມາຈາກສະຫະພັນລັດເຊຍ, ຍີ່ປຸ່ນ, ຈີນ, ລາວ, ກໍາປູເຈຍ, ຊາອຸດິ ອາຣາບີ ແລະປະເທດເຈົ້າພາບຫວຽດນາມ.

leftcenterrightdel
 

leftcenterrightdel
 

leftcenterrightdel
 

leftcenterrightdel
ບັນດາຄະນະກອງແກວົງ ເດີນຂະບວນ, ສະແດງດົນຕີອ້ອມໜອງດາບ. ພາບ: qdnd.vn

ການເດີນຂະບວນ, ສະແດງດົນຕີອ້ອມໜອງດາບ, ບັນດາຄະນະ ໄດ້ນໍາເອົາລາຍການສະແດງທີ່ໜ້າປະທັບໃຈ, ສະແດງໃຫ້ເຫັນພາບພົດ, ບັນຍາກາດ, ກໍາລັງແຮງຂອງກໍາລັງປະຕິບັດກົດໝາຍປະເທດຂອງຕົນ, ສ້າງອາລົມຈິດອັນດີງາມ ແລະຄວາມປະທັບໃຈອັນເລິກເຊິ່ງໃນໃຈແຂກທ່ອງທ່ຽວ ແລະປະຊາຊົນຫວຽດນາມ ກ່ຽວກັບນັກສິລະປິນໃນແນວຮົບປະຕິບັດກົດໝາຍ.

ໂດຍ: ໄຊຊະນະ