ສ້າງຄວາມສະດວກໃຫ້ຄົນຕ່າງປະເທດ ເຂົ້າ-ອອກເມືອງຫວຽດນາມ ກວ່າອີກ
ກປ.ອອນໄລ - ຕອນບ່າຍວັນທີ 14 ສິງຫາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ຕອບຄຳຖາມຂອງນັກຂ່າວກ່ຽວກັບການອັບເດັດນະໂຍບາຍຍົກເວັ້ນວີຊາໃຫ້ພົນລະເມືອງບາງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນສ້າງຄວາມສະດວກໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງ, ພັດພາອາໄສຢູ່ຫວຽດນາມ ກວ່າອີກ, ຜ່ານນັ້ນປະກອບສ່ວນພັດທະນາເສດຖະກິດ, ສັງຄົມ.
    |
 |
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: nhandan.vn |
ຫວ່າງແລ້ວນີ້, ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 229/NQ-CP ກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງ 12 ປະເທດຕາມໂຄງການຊຸກຍູ້ການພັດທະນາການທ່ອງທ່ຽວ, ນຳໃຊ້ແຕ່ວັນທີ 15 ສິງຫາ 2025 ຫາວັນທີ 14 ສິງຫາ 2028. ຕາມນັ້ນແລ້ວ, ຫວຽດນາມ ຈະຍົກເວັ້ນວີຊາໃຫ້ພົນລະເມືອງບັນດາປະເທດ: ແບນຊິກ, ບຸນກາຣີ, ໂຄຣເອເຊຍ, ເຊັກ, ຮຸງກາຣີ, ລຸກຊໍາບວກ, ໂຮນລັງ, ໂປໂລຍ, ຣູມານີ, ສະໂລວາກີ, ສະໂລວີເນຍ, ສະວິດ ເປັນເວລາ 45 ວັນ ນັບແຕ່ມື້ເຂົ້າເມືອງດ້ວຍຈຸດປະສົງການທ່ອງທ່ຽວ, ບໍ່ຈຳແນກໜັງສືຜ່ານແດນປະເພດໃດບົນພື້ນຖານຕອບສະໜອງເງື່ອນໄຂການເຂົ້າເມືອງຕາມຂໍ້ກໍານົດຂອງກົດໝາຍຫວຽດນາມ. ກ່ອນໜ້ານັ້ນ, ລັດຖະບານກໍ່ໄດ້ປະກາດໃຊ້ມະຕິເລກທີ 44/NQ-CP ກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງບັນດາປະເທດ: ເຢຍລະມັນ, ຝຣັ່ງ, ອີຕາລີ, ແອັດສະປາຍ, ລາຊະອານາຈັກອັງກິດ ແລະໄອແລນເໜືອ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ແດນມາກ, ຊູແອັດ, ນອກແວ ແລະແຟງລັງ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຍົກເວັ້ນວີຊາແຕ່ຝ່າຍດຽວໃຫ້ພົນລະເມືອງ 24 ປະເທດເຂົ້າຫວຽດນາມ ດ້ວຍຈຸດປະສົງການທ່ອງທ່ຽວ.
ນອກຈາກນັ້ນ, ມະຕິເລກທີ 221/NQ-CP ກ່ຽວກັບການຍົກເວັ້ນວີຊາມີກຳນົດເວລາໃຫ້ຄົນຕ່າງປະເທດ ເປັນເປົ້າໝາຍພິເສດຄວນບຸລິມະສິດຮັບໃຊ້ການພັດທະນາເສດຖະກິດ-ສັງຄົມກໍ່ໄດ້ຜັນຂະຫຍາຍ ແລະນຳໃຊ້. ຕາມນັ້ນແລ້ວ, ບັນດາຜູ້ໄດ້ຮັບບຸລິມະສິດພິເສດລວມມີແຂກຮັບເຊີນຂອງການນຳພັກ, ລັດ, ນັກຮຽນຮູ້, ນັກຊ່ຽວຊານ, ນັກລົງທຶນ, ຄົນທີ່ເຮັດວຽກໃນຂົງເຂດວັດທະນະທຳ, ສິລະປະ ແລະບັນດາກໍລະນີພິເສດອື່ນໆ.
ໂດຍ: ເຈິ່ນຮວ່ຽນ