ກຸ່ມບໍລິສັດ Aboitiz, ຟີລິບປິນ ປາດຖະໜາຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ
ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ກຸ່ມບໍລິສັດຈະສຸມແຫຼ່ງກຳລັງ ເພື່ອເປີດກວ້າງການລົງທຶນໃນໄລຍະຈະມາເຖິງ, ບໍ່ພຽງແຕ່ເພີ່ມທຶນ ແລະເປີດກວ້າງການລົງທຶນບັນບັນດາໂຄງການທີ່ໄດ້ປະຕິບັດແລ້ວເທົ່ານັ້ນ, ຫາກຍັງຊອກຮູ້ໂອກາດລົງທຶນໃນບັນດາເຂົງເຂດໃໝ່ອີກດ້ວຍ, ພິເສດແມ່ນຂົງເຂດພະລັງງານ.
Aboitiz, ກຸ່ມບໍລິສັດດຳເນີນທຸລະກິດຫຼາຍຂະແໜງມາແຕ່ດົນນານຂອງ ຟີລິບປິນ, ດ້ວຍມູນຄ່າຊັບສິນປະມານ 17 ຕື້ ໂດລາສະຫະລັດ, ມີຄວາມປາດຖະໜາຢາກລົງທຶນເຂົ້າຂົງເຂດພະລັງງານຢູ່ ຫວຽດນາມ. ໃນການເຮັດວຽກກັບຫ້ອງການການຄ້າ ຫວຽດນາມ ຫວ່າງມໍ່ໆມານີ້, ກຸ່ມບໍລິສັດ Aboitiz ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ກຸ່ມບໍລິສັດຈະສຸມແຫຼ່ງກຳລັງ ເພື່ອເປີດກວ້າງການລົງທຶນໃນໄລຍະຈະມາເຖິງ, ບໍ່ພຽງແຕ່ເພີ່ມທຶນ ແລະເປີດກວ້າງການລົງທຶນບັນບັນດາໂຄງການທີ່ໄດ້ປະຕິບັດແລ້ວເທົ່ານັ້ນ, ຫາກຍັງຊອກຮູ້ໂອກາດລົງທຶນໃນບັນດາເຂົງເຂດໃໝ່ອີກດ້ວຍ, ພິເສດແມ່ນຂົງເຂດພະລັງງານ.
ຕາມທ່ານ ຟຸ່ງວັນແທັ່ງ ທີ່ປຶກສາຝ່າຍການຄ້າຫວຽດນາມ ປະຈຳ ຟີລິປິນ ແລ້ວ, ເລື່ອງກຸ່ມບໍລິສັດ Aboitiz, ໂດຍກົງແມ່ນບໍລິສັດ Aboitiz Power ຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ ນັ້ນແມ່ນສັນຍານສະແດງໃຫ້ເຫັນການຫັນປ່ຽນຢ່າງຕັ້ງໜ້າໃນການພົວພັນລົງທຶນສອງສົ້ນລະຫວ່າງ ຫວຽດນາມ ແລະຟີລິບປິນ, ພິເສດແມ່ນຄວາມເຊື່ອໝັ້ນຂອງບັນດານັກລົງທຶນ ຟີລິບປິນ ຕໍ່ສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ.
ແຫຼ່ງຄັດຈາກ: vovworld.vn