leftcenterrightdel
ບົດຂຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ຫວຽດນາມ-ສ.ເກົາຫຼີ. ພາບ: vov.vn

ສຳນັກຂ່າວສານ Yonhap ອົງການສື່ມວນຊົນແຖວໜ້າ ສ.ເກົາຫຼີ ໄດ້ລົງຂ່າວດ້ວຍຫົວຂໍ້ວ່າ “ການນຳສຸດຍອດ ສ.ເກົາຫຼີ-ຫວຽດນາມ ເຫັນດີເປັນເອກະພາບມານະພະຍາຍາມບັນລຸເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 150 ຕື້ໂດລາສະຫະລັດ”. ບົດຂຽນໄດ້ຊີ້ແຈ້ງວ່າ ພາຍຫຼັງການພົບປະເຈລະຈາ, ທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ ແລະທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ ໄດ້ປະກາດຂໍ້ຕົກລົງກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດຫຼັກ ແລະແງ່ຫວັງການຮ່ວມມືສອງຝ່າຍໃນບັນດາຂົງເຂດ, ຄື: ປັນຍາປະດິດ, ພະລັງງານທົດແທນ, ໄຟຟ້ານິວເຄຼຍ, ເຕັກໂນໂລຢີຊີວະສາດ, ເສັ້ນທາງລົດໄຟຄວາມໄວສູງ…

ສ່ວນບັນດາອົງການສື່ມວນຊົນ, ຄື: Chosun Online, Korea Daily... ໄດ້ໃຫ້ຂໍ້ສັງເກດວ່າ ໝາກຜົນຂອງການພົບປະເຈລະຈາແມ່ນຈຸດພົ້ນເດັ່ນສຳຄັນໃນການພົວພັນສອງປະເທດ, ສ້າງພື້ນຖານເພື່ອໃຫ້ແກ່ການຮ່ວມມືສອງຝ່າຍພັດທະນາຢ່າງແທ້ຈິງໃນໄລຍະຈະມາເຖິງ. ສື່ມວນຊົນ ສ.ເກົາຫຼີ ຍັງຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ Lee Jae Myung ທີ່ເຊື້ອເຊີນຜູ້ຕາງໜ້າຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ແລະຂໍ້ຕົກລົງເພີ່ມທະວີການສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍລະອຽດແມ່ນວົງການນັກວິເຄາະດ້ານການເມືອງ ສ.ເກົາຫຼີ ໄດ້ໃຫ້ຂໍ້ສັງເກດວ່າແມ່ນສັນຍານສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງ ສ.ເກົາຫຼີ ທີ່ມີຕໍ່ບົດບາດຂອງຫວຽດນາມ ໃນເວທີສາກົນ.

ລົງຂ່າວກ່ຽວກັບການຢ້ຽມຢາມດັ່ງກ່າວ, ສຳນັກຂ່າວສານ Reuters (ອັງກິດ) ແລະເວັບໄຊ devdiscourse.com (ອິນເດຍ) ໄດ້ໃຫ້ຂໍ້ສັງເກດວ່າ ການພົບປະກັນລະຫວ່າງການນຳສອງທ່ານໄດ້ຮັບຮູ້ຄວາມມານະພະຍາຍາມຂອງ ສ.ເກົາຫຼີ ແລະຫວຽດນາມ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະຍຸດທະສາດ.

ໃນຂະນະນັ້ນ, ເວັບໄຊ ainvest.com (ອາເມລິກາ) ກໍ່ໄດ້ລົງບົດຂຽນຖືວ່າ ການພົວພັນຄູ່ຮ່ວມມືຍຸດທະສາດສ.ເກົາຫຼີ-ຫວຽດນາມ ແມ່ນສັນຍາລັກຂອງການເຕີບໂຕເສດຖະກິດ. ການພົບປະຂັ້ນສູງລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ຫວຽດນາມ ແລະທ່ານ Lee Jae Myung ປະທານາທິບໍດີສ.ເກົາຫຼີ ໄດ້ສ້າງຂີດໝາຍໄລຍະຫຼັກໃນການພົວພັນສອງຝ່າຍ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງສອງປະເທດໃນການລົງທຶນຍຸດທະສາດໃຫ້ແກ່ພື້ນຖານໂຄງລ່າງ ແລະພະລັງງານ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ