leftcenterrightdel
ນັກທ່ອງທ່ຽວຕ່າງປະເທດ. ພາບ: chinhphu.vn

ລັດຖະບານ ຫາກໍ່ປະກາດມະຕິວ່າດ້ວຍການຍົກເວັ້ນວິຊາຕາມລາຍການກະຕຸກຊຸກຍູ້ການພັດທະນາການທ່ອງທ່ຽວໃຫ້ພົນລະເມືອງ 12 ປະເທດ. ຕາມນັ້ນແລ້ວ, ພົນລະເມືອງບັນດາປະເທດ, ຄື: ລາຊະອານາຈັກ ແບນຊິກ, ສ.ບູນກາຣີ, ສ.ກຣົວຊີ, ສ.ເຊັກໂກ, ຮຸງກາຣີ, (ລາຊະລັດ) ລູກຊຳບວກ, ລາຊະອານາຈັກ ໂຮນລັງ, ສ.ໂປໂລຍ, ຣູມານີ, ສ.ສະໂລວາກີ, ສ.ສະໂລເວນີ ແລະ ສະຫະພັນ ສະວິດ ເມື່ອເຂົ້າເມືອງ ຫວຽດນາມ ເພື່ອທ່ອງທ່ຽວ ຈະໄດ້ຍົກເວັ້ນວິຊາໃນໄລຍະເວລາພັກເຊົາ 45 ວັນ. ນະໂຍບາຍດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 15 ສິງຫາ 2025 ຫາວັນທີ 14 ສິງຫາ 2028.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ຍົກເວັ້ນວິຊາຝ່າຍດຽວໃຫ້ພົນລະເມືອງຂອງ 24 ປະເທດ. ກົມທ່ອງທ່ຽວແຫ່ງຊາດ ຕີລາຄານະໂຍບາຍວິຊານັບມື້ນັບປອດໂປ່ງ, ເປີດເຜີຍແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນຊ່ວຍຂະແໜງການທ່ອງທ່ຽວຫວຽດນາມ ໃນໄລຍະຜ່ານມາບັນລຸໄດ້ໝາກຜົນໃຫຍ່ຫຼາຍຢ່າງ, ສ້າງລະດັບສະຖິຕິໃໝ່ໃນການຕ້ອນຮັບແຂກທ່ອງທ່ຽວສາກົນຢ່າງຕໍ່ເນື່ອງ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງການທ່ອງທ່ຽວບັນລຸໄດ້ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ແຕ່ 22 – 23 ລ້ານເທື່ອຄົນຕໍ່ປີ.

ແຫຼ່ງຄັດຈາກ: vovworld.vn