ປະສົບການຂອງຫວຽດນາມ ແມ່ນບົດຮຽນອັນລ້ຳຄ່າຂອງວິສາຫະກິດລາວ
ກປ.ອອນໄລ - ຕອນບ່າຍວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະຫາຍ ເຈີ່ນລືວກວາງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງພັກ ໄດ້ມີການເຮັດວຽກ ແລະແລກປ່ຽນປະສົບການກັບຄະນະປະຕິຮູບວິສາຫະກິດສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ສະຫາຍ ເຈີ່ນລືວກວາງ ໄດ້ແຈ້ງໃຫ້ຊາບ, ແບ່ງປັນກັບຄະນະກ່ຽວກັບແນວທາງ, ແຜນນະໂຍບາຍ ແລະນະໂຍບາຍໃຫຍ່ຂອງພັກ ແລະລັດຫວຽດນາມ ໃນວິວັດການສ້າງຕັ້ງລັດວິສາຫະກິດຄືນໃໝ່; ເນັ້ນໜັກວ່າ ການປະຕິຮູບລັດວິສາຫະກິດຍາມໃດກໍ່ພາຍໃຕ້ການນຳພາຂອງພັກ, ຖືນີ້ແມ່ນວຽກງານສຳຄັນເພື່ອເສີມຂະຫຍາຍບົດບາດນຳພາຂອງພື້ນຖານເສດຖະກິດລັດ, ຊຸກຍູ້ການເຕີບໂຕແບບຍືນຍົງ; ແບ່ງປັນບົດຮຽນປະສົບການຂອງຫວຽດນາມ ໃນການສ້າງກັບກົດໝາຍທີ່ໂປ່ງໃສ ແລະຄົບຊຸດ; ຮັບປະກັນຄວາມສະໜິດຕິດພັນຢ່າງກົມກຽວລະຫວ່າງບົດບາດຄຸ້ມຄອງຂອງລັດ ແລະສິດເປັນເຈົ້າຕົນເອງຂອງວິສາຫະກິດ; ປ່ຽນແປງໃໝ່ກົນໄກຄຸ້ມຄອງ; ຍົກສູງລະດັບຄວາມຮູ້ຂອງພະນັກງານຄຸ້ມຄອງ ແລະຜູ້ອອກແຮງງານ. ພ້ອມກັນນັ້ນ, ທ່ານຍັງໄດ້ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກທີ່ຫວຽດນາມ ໄດ້ປະສົບກັບໃນວິວັດດໍາເນີນການປະຕິຮູບ, ພ້ອມທັງຖອດຖອນບົດຮຽນຈາກການຊີ້ນໍາ, ນຳພາຂອງພັກ.
ສະຫາຍ ສະເຫຼີມໄຊ ກົມມະສິດ ແບ່ງປັນກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດໃນໄລຍະຜ່ານມາ, ໄປຄຽງຄູ່ກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງລາວ ໃນວິວັດການປະຕິຮູບ ແລະພັດທະນາລັດວິສາຫະກິດ; ເນັ້ນໜັກວ່າ ບົດຮຽນປະສົບການຂອງຫວຽດນາມ ໃນການກໍ່ສ້າງພື້ນຖານນິຕິກຳ, ປັບປຸງກົນໄກ ແລະນະໂຍບາຍໃຫ້ສົມບູນແບບ, ໝູນໃຊ້ຮູບແບບການຄຸ້ມຄອງໃໝ່ ແລະຜັນຂະຫຍາຍມາດຕະການແກ້ໄຂ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຈະເປັນບົດຮຽນອັນລ້ຳຄ່າ, ໜູນຊ່ວຍແທດຈິງໃຫ້ການພັດທະນາວິສາຫະກິດຂອງລາວ.
ໂດຍ: ດັ້ງເກື່ອງ