ກອງປະຊຸມ “ການພົບປະລະຫວ່າງຍີ່ປຸ່ນ - ເຂດທົ່ງພຽງແມ່ນ້ຳຂອງ”
ກປ.ອອນໄລ - ຕອນບ່າຍວັນທີ 8 ສິງຫາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນ “ການພົບປະລະຫວ່າງຍີ່ປຸ່ນ - ເຂດທົ່ງພຽງແມ່ນ້ຳຂອງ”.
ຈຸດສຸມຂອງກອງປະຊຸມແມ່ນວາລະປຶກສາຫາລືຄົບຄະນະກ່ຽວກັບການເພີ່ມທະວີການຮ່ວມມື ແລະການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງ ກັບຍີ່ປຸ່ນ ໂດຍສຸມໃສ່ບັນດາຂົງເຂດ, ຄື: ພັດທະນາພື້ນຖານໂຄງລ່າງ, ພະລັງງານ, ເຕັກໂນໂລຢີສູງ, ກະສິກຳ, ແຮງງານ, ການທ່ອງທ່ຽວ... ນອກຈາກນັ້ນ, ກອງປະຊຸມຍັງມີໂຄງການພົບປະສອງຝ່າຍ, ເຊື່ອມຕໍ່ວິສາຫະກິດ; ງານວາງສະແດງ ແລະແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງນະຄອນເກີນເທີ (ຫວຽດນາມ).
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Obuchi Yuko ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ ຢ້ຽມຊົມບັນດາຜະລິດຕະພັນນໍາມາວາງສະແດງ ທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນຊົມເຊຍ, ທ່ານນາງ Obuchi Yuko ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການຖືກເຊີນເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະປາດຖະໜາວ່າ ຜ່ານເຫດການດັ່ງກ່າວ, ຄະນະການນໍາສະຫະພັນສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ ແລະບັນດາສະມາຊິກໃນຄະນະ ຈະມີຄວາມເຂົ້າໃຈກວ່າອີີກກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງເຂດທົ່ງພຽງແມ່ນ້ຳຂອງເວົ້າສະເພາະ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ເວົ້າລວມ; ພິເສດດ້ວຍການເຂົ້າຮ່ວມຂອງທ່ານ ເຈີ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ, ສອງຝ່າຍຈະມີກາລະໂອກາດເພີ່ມທະວີການຮ່ວມມືລົງທຶນໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ, ໃຫ້ບຸລິມະສິດ, ມີຄວາມສົນໃຈ, ຄື: ເຄິ່ງຊັກນໍາໄຟຟ້າ, ເຕັກໂນໂລຢີສູງ...
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສົ່ງເສີມການລົງທຶນ “ການພົບປະລະຫວ່າງຍີ່ປຸ່ນ - ເຂດທົ່ງພຽງແມ່ນ້ຳຂອງ”. ພາບ:qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ເຂດທົ່ງພຽງແມ່ນ້ຳຂອງແມ່ນ “ທົ່ງນາເຂົ້າ” ຂອງຫວຽດນາມ, ປະກອບສະມັດຕະພາບເຂົ້າປະມານ 50%, ການສົ່ງອອກເຂົ້າ 95%, ສິນໃນນ້ຳ 65% ແລະໝາກໄມ້ 70% ຂອງທົ່ວປະເທດ.
ທ່ານປະທານສະພາແຫ່ງຊາດ ຖືວ່າ: ຫວຽດນາມ ແລະ ຍີ່ປຸ່ນ ຕ້ອງເພີ່ມທະວີການຖ່າຍທອດເຕັກໂນໂລຢີ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ຫວັງວ່າ ບັນດາວິສາຫະກິດຍີ່ປຸ່ນ ບໍ່ພຽງແຕ່ລົງທຶນດ້ານການເງິນເທົ່ານັ້ນ, ຫາກຍັງຈະແບ່ງປັນປະສົບການ ແລະ ຖ່າຍທອດເຕັກໂນໂລຢີທີ່ທັນສະໄໝ, ພິເສດແມ່ນໃນບັນດາຂົງເຂດ, ຄື: ການຫັນເປັນສີຂຽວ, ເສດຖະກິດໝູນວຽນ ແລະການຄຸ້ມຄອງບໍລິຫານວິສາຫະກິດອີກດ້ວຍ.
ໂດຍ: ທູຈາງ