leftcenterrightdel
ຄະນະປະຕິບັດງານຂອງກະຊວງການຕ່າງປະເທດສະແດງຄວາມຊົມເຊີຍຕໍ່ຜົນງານ ແລະຄວາມມານະພະຍາຍາມບຸກທະລຸຂອງພະນັກງານ, ກໍາລັງເຮັດວຽກງານການທູດ ແລະຊາຍແດນ, ຮັກສາທ່າຮົບໃນໃຈປະຊາຊົນຢູ່ເຂດຊາຍແດນຂອງແຂວງດ້ຽນບຽນ. ພາບ: ດຶກຈີ

ໂດຍແມ່ນແຂວງໜຶ່ງດຽວໃນທົ່ວປະເທດທີ່ມີເສັ້ນຊາຍແດນຕິດກັບສອງປະເທດບ້ານໃກ້ເຮືອນຄຽງ, ດ້ຽນບຽນ ມີເສັ້ນຊາຍແດນຍາວ 455,573 km, ໃນນັ້ນຕິດກັບລາວ  (ແຂວງ ຜົ້ງສາລີ ແລະຫຼວງພະບາງ) ແມ່ນ 414,712 km ແລະ 40,861 km ຕິດກັບຈີນ (ແຂວງຢູນນານ) 40,861 km. ດ້ວຍທີ່ຕັ້ງພິເສດນັ້ນ, ແຂວງດ້ຽນບຽນ ຮັກສາບົດບາດຍຸດທະສາດໃນການປົກປັກຮັກສາອະທິປະໄຕ, ຮັບປະກັນຄວາມສະຫງົບຢູ່ພາກພື້ນ ແລະພັດທະນາການພົວພັນຮ່ວມມືກັບບ້ານໃກ້ເຮືອນຄຽງ.

ເພີ່ມພູນຄູນສ້າງນໍ້າໃຈຊາຍແດນ

ເມື່ອແລກປ່ຽນກັບຄະນະພະນັກງານກະຊວງການຕ່າງປະເທດ ໃນການໄປປະຕິບັດງານຊອກຮູ້ກ່ຽວກັບເຂດດິນແດນປະຫວັດສາດໃນວັນທີ 27 ມິຖຸນາ ຜ່ານມານີ້ໂດຍແມ່ນທ່ານ ດັ້ງດິ່ງກຸ໊ຍ ອະດີດຮອງລັດຖະມົນຕີການຕ່າງປະເທດ, ເອກອັກຄະລັດຖະທູດ  ນໍາໜ້າ, ທ່ານ ຟ້າມດຶກຕວ່ານ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຢ້ັງຢືນວ່າ: ການປົກປັກຮັກສາອະທິປະໄຕ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະພັດທະນາເຂດຊາຍແດນແມ່ນໜ້າທີ່ຈຸດສຸມທີ່ລຸລ່ວງຂອງທ້ອງຖິ່ນ.

ພຶດຕິກໍາຕົວຈິງໄດ້ສະແດງໃຫ້ເຫັນວ່າ ສະພາບການດ້ານການເມືອງ, ຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນແຂວງດ້ຽນບຽນ ມີສະຖຽນລະພາບໂດຍພື້ນຖານ. ລະບົບຫຼັກໝາຍຊາຍແດນໄດ້ຮັບການຄຸ້ມຄອງ, ປົກປັກຮັກສາຢ່າງເຂັ້ມງວດ. ກໍາລັງຊາຍແດນສອງຝ່າຍໄດ້ສົມທົບກັນລາດຕະເວນຢ່າງເປັນປະຈຳ, ແລກປ່ຽນຂໍ້ມູນຂ່າວສານ ແລະປະຕິບັດເອກະສານນິຕິກໍາກ່ຽວກັບຊາຍແດນທີ່ໄດ້ລົງນາມຢ່າງເຂັ້ມງວດ.

ການພົບປະແລກປ່ຽນຂອງປະຊາຊົນທີ່ຢູ່ສອງຟັ່ງຊາຍແດນໄດ້ຮັກສາໄວ້ເປັນປົກກະຕິ, ເຄົາລົບບັນດາສັນຍາ ແລະກົດໝາຍຂອງແຕ່ລະປະເທດ. ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ ແລະແຂວງຢູນນານ ຂອງ ຈີນ ນັບມື້ນັບເລິກເຊິ່ງ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ໝັ້ນຄົງ ແລະພັດທະນາ.

ເຖິງຢ່າງໃດກໍ່ຕາມ, ບັນດາສິ່ງທ້າທາຍຍັງມີຢູ່, ໂດຍສະເພາະແມ່ນສະພາບການຂ້າຂາຍເຖື່ອນ, ຂົນສົ່ງຢາເສບຕິດຜ່ານຊາຍແດນຜິດກົດໝາຍ. ບໍລິເວນກວ້າງ, ພູມີປະເທດທຸລະກັນການ, ດິນຟ້າອາກາດຮ້າຍແຮງ, ພື້ນຖານໂຄງລ່າງຍັງຂາດ ແລະອ່ອນແອ-ພິເສດຢູ່ເຂດດ່ານຊາຍແດນ, ເສັ້ນທາງລາດຕະເວນ-ແມ່ນຮົ້ວກີດຂວາງໃຫຍ່ໃນວຽກງານຄຸ້ມຄອງຊາຍແດນຄືປະຈຸບັນ.

leftcenterrightdel
ຕາງໜ້າການນໍາແຂວງດ້ຽນບຽນ, ກອງບັນຊາການທະຫານ ແລະພະແນກການຕ່າງປະເທດແຂວງດ້ຽນບຽນ ຖ່າຍຮູບເປັນທີ່ລະນຶກກັບຄະນະປະຕິບັດງານຂອງກະຊວງການຕ່າງປະເທດຫວຽດນາມ, ວັນທີ 27 ມິຖຸນາ. ພາບ: ຊວນເຊີນ

ກໍາລັງຜັກດັນໃໝ່ໃຫ້ແກ່ການພັດທະນາ

ແຂວງດ້ຽນບຽນ ພວມມານະພະຍາຍາມຂຸດຄົ້ນທ່າແຮງທີ່ເປັນປະຕູແຫ່ງການພົວພັນການຄ້າກັບພາກເໜືອຂອງລາວ ແລະທິດຕາເວັນຕົກສ່ຽງໃຕ້ຂອງຈີນ ເພື່ອຊຸກຍູ້ການຮ່ວມມືເສດຖະກິດຊາຍແດນ. ຕາມທ່ານພັນເອກ ຫງວຽນຈ້ອງເລີຍ, ຮອງຜູ້ບັນຊາການທະຫານຊາຍແດນ, ກອງບັນຊາການທະຫານແຂວງ ແຈ້ງໃຫ້ຊາບກ່ຽວກັບວຽກງານຊາຍແດນໃນບໍລິເວນແຂວງ, ດ່ານຊາຍແດນສາກົນເຕິຍຈາງ-ຕິດກັບ ປາງຮົກ (ລາວ) - ແມ່ນເສັ້ນທາງຫຼັກທີ່ເຊື່ອມຕໍ່ກັບທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ກັບພາກເໜືອຂອງລາວ ຜ່ານເສັ້ນທາງແຫ່ງຊາດ 279, ສວມບົດບາດສໍາຄັນໃນການສ່ົງຕໍ່ສິນຄ້າ ແລະການພົບປະແລກປ່ຽນວັດທະນະທໍາ, ການທ່ອງທ່ຽວ, ການຄ້າ.

ການເຄື່ອນໄຫວນໍາເຂົ້າ-ສົ່ງອອກຜ່່ານຊາຍແດນ ໄດ້ປະຕິບັດຕາມກົດໝາຍຂອງສອງປະເທດ. ປີ 2024, ລວມຍອດວົງເງິນການຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຊາຍແດນແຫ່ງຕ່າງໆກັບລາວ ບັນລຸ 26,1 ລ້ານໂດລາສະຫະລັດ (ສົ່ງອອກ 10,06 ລ້ານໂດລາສະຫະລັດ; ນໍາເຂົ້າ 16,04 ລ້ານໂດລາສະຫະລັດ). ການພົວພັນລະຫວ່າງແຂວງດ້ຽນບຽນ ກັບບັນດາທ້ອງຖິ່ນຂອງລາວ ແລະຈີນ ໄດ້ຮັກສາໄວ້ຢ່າງຕັ້ງໜ້າ, ບັນດາກົນໄກຮ່ວມມືຂັ້ນແຂວງ, ຂັ້ນທ້ອງຖິ່ນໄດ້ດໍາເນີນຢ່າງເປັນປະຈໍາ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື້ອໃຈ ແລະການພັດທະນາແບບຍືນຍົງຢູ່ເຂດຊາຍແດນ. ທາງແຂວງດ້ຽນບຽນ ກໍ່ພວມສົ່ງເສີມແຜນການຮ່ວມມືໄລຍະ 2025-2029 ກັບນະຄອນ Pu er (ຢູນນານ, ຈີນ), ເປີດກວ້າງໂອກາດການຄ້າ,  logistics ແລະພັດທະນາແບບຍືນຍົງ.

ທ່ານຮອງປະທານຜູ້ປະຈໍາການແຂວງດ້ຽນບຽນ ໃຫ້ຮູ້ວ່າ, ເພື່ອປະຕິບັດວຽກງານຊາຍແດນຜືນແຜ່ນດິນຢ່າງມີປະສິດທິຜົນ, ແຂວງດ້ຽນບຽນ ພວມສຸມໃສ່ຜັນຂະຫຍາຍຫຼາຍໜ້າທີ່ຈຸດສຸມ: ສືບຕໍ່ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຜັນຂະຫຍາຍບັນດາເອກະສານນິຕິກໍາຊາຍແດນກັບຈີນ ແລະລາວ; ເພີ່ມທະວີການສົມທົບກັນກວດກາ, ຄວບຄຸມ, ປົກປັກຮັກສາອະທິປະໄຕ, ຕ້ານການຄ້າຂາຍເຖື່ອນ, ອາດຊະຍາກໍາຂ້າມຊາຍແດນ.

ພ້ອມດຽວກັນນັ້ນ ທາງແຂວງກໍ່ໄດ້ຍູ້ແຮງການຮ່ວມມືສາກົນກັບທ້ອງຖິ່ນບ້ານໃກ້ເຮືອນຄຽງ, ສົມທົບກັນແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ, ຖືກກັບການກໍານົດ. ເອົາໃຈໃສ່ໂຄສະນາກົດໝາຍຊາຍແດນເພື່ອຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຮົບ ແລະປະຊາຊົນຢູ່ເຂດຊາຍແດນ.

ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດຊາຍແດນ, ແຂວງດ້ຽນບຽນ ໄດ້ໃຫ້ບຸລິມະສິດແກ່ການລົງທຶນພື້ນຖານໂຄງລ່າງເຂດຊາຍແດນ, ໂດຍສະເພາະແມ່ນຍົກລະດັບດ່ານຊາຍແດນສາກົນເຕິຍຈາງ ໃຫ້ກາຍເປັນສູນ logistics ທັນສະໄໝ; ເປີດກວ້າງການເຊື່ອມຕໍ່ຄົມມະນາຄົມລະຫວ່າງແຂວງ ແລະລະຫວ່າງປະເທດ, ຊຸກຍູ້ການຈໍລະຈອນສິນຄ້າ. ແຂວງກໍ່ຍູ້ແຮງການສົ່ງເສີມການຄ້າ, ຈັດຕັ້ງຕະຫຼາດນັດ, ສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນກະເສດ ແລະເຄື່ອງສິລະປະຫັດຖະກຳ; ພ້ອມທັງສົ່ງເສີມການລົງທຶນເຂົ້າກະສິກໍາເຕັກໂນໂລຢີສູງ, ການທ່ອງທ່ຽວນິເວດ ແລະການຄ້າບໍລິການຕິດພັນກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ບ່ອນອີງຢູ່ເຂດຊາຍແດນ

ທ່ານພັນເອກ ຫງວຽນຈ້ອງເລີຍ ໃຫ້ຮູ້ວ່າ ບໍ່ພຽງແຕ່ຮັກສາກໍາແພງແຫ່ງຊາດ, ທະຫານຊາຍແດນແຂວງດ້ຽນບຽນ ຍັງແມ່ນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນຢູ່ເຂດຊາຍແດນ. ພະນັກງານ, ນັກຮົບໄດ້ໃກ້ຊິດຕິດແທດ, ຄຽງບ່າຄຽງໄຫຼ່ກັບພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດ, ປົວແປງເຮືອນຊານ, ແນະນໍາການຜະລິດ, ຈັດຕັ້ງລາຍການການແພດ, ການສຶກສາເຄື່ອນທີ່.

ບັນດາການເຄື່ອນໄຫວແຮກສ່ຽວຢູ່ສອງຟາກຊາຍແດນ, ການພົບປະແລກປ່ຽນວັດທະນະທໍາຂັ້ນປ້ອມ, ຄ້າຍ, ບ້ານໄດ້ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ແຜ່ຂະຫຍາຍຈິດໃຈມິດຕະພາບຫວຽດນາມ-ລາວ. ຮູບພາບ “ນັກຮົບເຫຼັກກ້າ” ຢູ່ເຂດພູສູງຊາຍແດນບໍ່ພຽງແຕ່ແມ່ນສັນຍາລັກຂອງນໍ້າໃຈກ້າຫານເທົ່ານັ້ນ, ຫາກຍັງແມ່ນຄວາມງົດງາມຂອງຄວາມຄາດຫວັງຢາກມີສັນຕິພາບ, ມີຄວາມສາມັກຄີ ແລະພັດທະນາແບບຍືນຍົງລະຫວ່າງຊາດຕ່າງໆອີກດ້ວຍ.

ດ້ວຍທີ່ຕັ້ງພູມສາດທີ່ພິເສດ ແລະບົດບາດການເມືອງ-ການປ້ອງກັນຊາດຍຸດທະສາດ, ດ້ຽນບຽນບໍ່ພຽງແຕ່ແມ່ນປະຕູທິດທາງທິດຕາເວັນຕົກຂອງຫວຽດນາມ ເທົ່ານັ້ນຫາກຍັງແມ່ນຈຸດເຊື່ອມຕໍ່ສໍາຄັນໃນໄລຍະທາງແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ. ພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາອະທິປະໄຕ, ເພີ່ມທະວີການຮ່ວມມື ແລະເຮັດໃຫ້ນໍ້າໃຈມິດຕະພາບບ້ານໃກ້ເຮືອນຄຽງເລິກເຊິ່ງແມ່ນເສັ້ນທາງທີ່ຈຳເປັນເພື່ອໃຫ້ແຂວງດ້ຽນບຽນ ໝັ້ນຄົງເຂັ້ມແຂງໃນໄລຍະພັດທະນາໃໝ່; ສະຖຽນລະພາບ, ຍືນຍົງ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ.

ໂດຍ: ໄຊນີດາ