ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ກປ.ອອນໄລ - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ນະຄອນ Seville, ແອັດສະປາຍ, ໃນຂອບເຂດການເຄື່ອນໄຫວທີ່ກອງປະຊຸມສາກົນ ຄັ້ງທີ 2 ກ່ຽວກັບດ້ານການເງິນໃຫ້ແກ່ການພັດທະນາ (FfD4), ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນ ທີ່ວາລະປຶກສາຫາລືໂຕະມົນກ່ຽວກັບຫົວຂໍ້ “ເຮັດໃໝ່ການຮ່ວມມືພັດທະນາສາກົນ”.
ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຮັດໃໝ່ການຮ່ວມມືພັດທະນາສາກົນ ບໍ່ພຽງແຕ່ແມ່ນການຄັດເລືອກເທົ່ານັ້ນ ຫາກຍັງແມ່ນຄວາມຮຽກຮ້ອງ ຢ່າງຮີບດ່ວນ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາອີກດ້ວຍ. ທ່ານ ໂຮ່ດຶກເຟິກ ໄດ້ຍົກອອກ 5 ຂໍ້ສະເໜີ, ໃນນັ້ນມີການປະຕິຮູບການພັດທະນາການຮ່ວມມືກັບສາກົນມຸ່ງໄປເຖິງຫຼາຍເປົ້າໝາຍ, ບໍ່ພຽງແຕ່ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງຮັບໃຊ້ການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດຕາມທິດຍືນຍົງອີກດ້ວຍ; ຊຸກຍູ້ການປະຕິຮູບລະບົບການເງິນສາກົນຮັບປະກັນຄວາມຍຸຕິທຳ, ກວມລວມ, ຖືປະຊາຊົນເປັນໃຈກາງ; ສ້າງກົນໄກສົມທົບກັນໃຫ້ມີປະສິດທິຜົນລະຫວ່າງບັນດາປະເທດ, ຄູ່ຮ່ວມມືພັດທະນາ ແລະເຂດເອກະຊົນໃຫ້ຫຼາຍກວ່າ, ຮັບປະກັນລັກສະນະເພີ່ມເຕີມ ແລະການກະທົບຮ່ວມຂອງທຸກແຫຼ່ງກໍາລັງ; ບຸລິມະສິດການໜູນຊ່ວຍປະເທດ ແລະພາກພື້ນທີ່ດ້ອຍໂອກາດ, ປະເທດດ້ອຍພັດທະນາ, ປະເທດທີ່ບໍ່ຕິດຈອດກັບທະເລ, ປະເທດທີ່ໄດ້ຮັບຜົນກະທົບຈາກລະດັບນ້ຳທະເລຂຶ້ນສູງ ແລະການປ່ຽນແປງຂອງດິນຟ້າອາກາດ; ...
    |
 |
ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ວາລະປຶກສາຫາລື. ພາບ: chinhphu.vn |
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຍົກອອກບັນດາຜົນງານພັດທະນາເສດຖະກິດຂອງຫວຽດນາມ; ຢືນຢັນວ່າ ບັນດາຜົນງານດັ່ງກ່າວມີການປະກອບສ່ວນສຳຄັນຈາກແຫຼ່ງທຶນ ODA, ການສົມທົບຢ່າງກົມກຽວລະຫວ່າງການຊ່ວຍເຫຼືອສາກົນ ແລະຄວາມມານະພະຍາຍາມສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຫວຽດນາມ; ຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ຮ່ວມແຮງຮ່ວມໃຈ ພ້ອມກັບບັນດາຄູ່ຮ່ວມມືພັດທະນາໃຫ້ຄຳໝັ້ນສັນຍາຈະຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພື່ອສັນຕິພາບ, ການຮ່ວມມື ແລະຄວາມຈະເລີນຮຸ່ງເຮືອງໃນທົ່ວໂລກ ກໍ່ຄືຢູ່ແຕ່ລະປະເທດ, ພາກພື້ນ, ເພື່ອຄວາມຜາສຸກ ແລະອີ່ມໜຳສຳລານໃຫ້ແກ່ປະຊາຊົນທຸກຄົນ.
ໂດຍ: ທະນາພອນ