ວັນທີ 6 ກໍລະກົດ, ໜັງສືພິມ Reporte Asia ຂອງ ອາກຊັງຕີນ ໄດ້ມີບົດຂຽນຕີລາຄາສູງການປະກອບສ່ວນຂອງຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ດ້ວຍ 2 ອາຍຸການເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (2008-2009, 2020-2021), ດ້ວຍບັນດາຂໍ້ລິເລີ່ມກ່ຽວກັບສັນຕິພາບ, ປົກປ້ອງແມ່ຍິງ ແລະເດັກນ້ອຍໃນການປະທະກັນ, ຊຸກຍູ້ການໄກ່ເກ່ຍໃນພາກພື້ນ.

leftcenterrightdel
ບົດຂຽນໄດ້ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ທີ່ເວທີປາໄສຫຼາຍຝ່າຍໃນໜັງສືພິມ Reporte Asia ຂອງ ອາກຊັງຕີນ ເມື່ອວັນທີ 6 ກໍລະກົດ. ພາບ: ສໍານັກຂ່າວສານຫວຽດນາມ

ບົດຂຽນຂອງໜັງສືພິມ Reporte Asia, ໜ້າກ່ຽວກັບພາກພື້ນອາຊີ ພິມຈຳໜ່າຍຢູ່ ອາກຊັງຕີນ, ເນັ້ນໜັກວ່າ ຫວຽດນາມ ເຄີຍດຳລົງຕຳແໜ່ງບົດບາດເປັນປະທານອາຊຽນ (ບັນດາປີ 1998, 2010, 2020), ເປັນເຈົ້າພາບເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) (2006, 2017) ແລະເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ (2014-2016, 2023-2025). ຫວຽດນາມ ກໍ່ເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ດ້ວຍຖັນແຖວເສນາຮັກ, ວິສາວະກອນຫວຽດນາມ ຢູ່ ຊູດັງໃຕ້, ສ. ອາຟະລິກາກາງ ແລະ Abyei, ໄດ້ປະກອບສ່ວນຄວາມມານະພະຍາຍາມ ເພື່ອສັນຕິພາບຂອງໂລກ, ສອດຄ່ອງກັບຈິດໃຈມະນຸດສະທຳຢ່າງເລິກເຊິ່ງຂອງຊົນເຜົ່າ ອາເມລິກາລາຕິນ.

ຢູ່ອາເມລິກາລາຕິນ, ຫວຽດນາມ ໄດ້ເພີ່ມທະວີການຮ່ວມມືກັບຫຼາຍອົງການ, ຄື: ປະຊາຄົມບັນດາປະເທດອາເມລິກາລາຕິນ ແລະ Caribe (CELAC) ຫຼືຕະຫຼາດລວມອາເມລິກາໃຕ້ (Mercosur) ມຸ່ງໄປເຖິງການຕິດພັນບັນດາປະເທດເພື່ອຜົນປະໂຫຍດລວມ. ກັບບັນດາປະເທດຢູ່ພາກພື້ນ, ຫວຽດນາມ ກໍ່ຮ່ວມມືໃນຫຼາຍຂົງເຂດຈາກການແລກປ່ຽນຜະລິດຕະພັນກະເສດ, ແບ່ງປັນເຕັກນິກປູກຝັງເຖິງບັນດາຮູບແບບການສຶກສາ, ການພັດທະນາແບບຍືນຍົງ. ວິວັດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ສຳເລັດຜົນແມ່ນຍ້ອນນະໂຍບາຍການຕ່າງປະເທດຫຼາຍຝ່າຍ.

ໂດຍ: ເຈິ່ນຮວ່ຽນ