GDP 6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 7,52% ຢູ່ລະດັບສູງທີ່ສຸດໃນໄລຍະ 2011 - 2025
ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າ ການເຕີບໂຕ GDP ຂອງ ຫວຽດນາມ ບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະສິນໃນນ້ຳ ໄດ້ຮັກສາການເຕີບໂຕເປັນປົກກະຕິ.
ຕາມຂໍ້ມູນຢູ່ກອງປະຊຸມຖະແຫຼງຂ່າວໄຕມາດທີ II/2025 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ ແລ້ວ, ກົມສະຖິຕິ (ກະຊວງການເງິນ) ໃຫ້ຮູ້ວ່າ ໄຕມາດທີ II ຮັບຮູ້ຈຸດພົ້ນເດັ່ນນັ້ນແມ່ນຍອດຜະລິດຕະພັນພາຍໃນປະເທດ (GDP) ມີການເຕີບໂຕຢ່າງຕັ້ງໜ້າ, ດ້ວຍຄວາມໄວການເຕີບໂຕຄາດວ່າບັນລຸ 7,96% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຕ່ຳກ່ວາພາງແຕ່ຄວາມໄວການເຕີບໂຕ 8,56%ຂອງໄຕມາດທີ II ປີ 2022 ໃນໄລຍະ 2020 – 2025. ໄລ່ລວມ 6 ເດືອນຕົ້ນປີ 2025, GDP ເພີ່ມຂຶ້ນ 7,52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ຢູ່ລະດັບສູງສຸດໃນ 6 ເດືອນຕົ້ນປີໃນໄລຍະ 2021 – 2025.
    |
 |
ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ. ພາບ: congthuong.vn |
ຕີລາຄາກ່ຽວກັບລະດັບໃນການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີ, ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າ ການເຕີບໂຕ GDP ຂອງ ຫວຽດນາມ ບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະສິນໃນນ້ຳໄດ້ຮັກສາການເຕີບໂຕເປັນປົກກະຕິ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຊົມໃຊ້ພາຍໃນປະເທດ ແລະຮັບໃຊ້ການສົ່ງອອກ. ຂົງເຂດອຸດສາຫະກຳ ແລະກໍ່ສ້າງ, ຂະແໜງອຸດສາຫະກຳ ບັນລຸລະດັບການເຕີບໂຕສູງ, ມູນຄ່າເພີ່ມໃນທົ່ວຂະແໜງອຸດສາຫະກຳ ໃນ 6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 8,07%, ຂະແໜງກໍ່ສ້າງເພີ່ມຂຶ້ນ 9,62%.
ແຫຼ່ງຄັດຈາກ: vovworld.vn