ເລື່ອງ ຫວຽດນາມ ປະຕິບັດອຳນາດການປົກຄອງ 2 ຂັ້ນແມ່ນບາດກ້າວເດີນຕ້ອງເປັນໄປ ແລະຈຳເປັນ
ການດັດປັບແມ່ນບາດກ້າວເດີນຕ້ອງເປັນໄປ ແລະຈຳເປັນໃນສະພາບທີ່ຫວຽດນາມ ພວມມຸ່ງໄປເຖິງຮູບແບບການພັດທະນາຍືນຍົງ...
ເມື່ອຕີລາຄາເລື່ອງ ຫວຽດນາມ ໂຮມຫົວໜ່ວຍບໍລິຫານ, ທ່ານນາງ Rachel Isenschmid, ເລຂາເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF) ຖືວ່າ ການດັດປັບແມ່ນບາດກ້າວເດີນຕ້ອງເປັນໄປ ແລະຈຳເປັນໃນສະພາບທີ່ ຫວຽດນາມ ພວມມຸ່ງໄປເຖິງຮູບແບບການພັດທະນາຍືນຍົງ, ມີປະສິດທິຜົນ ແລະມີກຳລັງແກ່ງແຍ້ງສູງກວ່າ. ເລື່ອງຜັນຂະຫຍາຍອຳນາດການປົກຄອງ 2 ຂັ້ນໄດ້ສ້າງບັນດາຫົວໜ່ວຍບໍລິຫານ - ເສດຖະກິດມີຂອບຂະໜາດໃຫຍ່, ຊ່ວຍເພີ່ມກຳລັງແກ່ງແຍ້ງຢູ່ພາກພື້ນ ແລະຫຼຸດຜ່ອນການແບ່ງແຍກແຫຼ່ງກຳລັງ.
SVEF ກໍ່ເຫັນໄດ້ຄວາມສາມາດບົມຊ້ອນຂອງການສ້າງບັນດາເຂດຮ່ວມມືຂ້າມຊາຍແດນລະຫວ່າງບັນດາແຂວງ, ນະຄອນຂອງ ຫວຽດນາມ ສຳລັບບັນດາຄູ່ຮ່ວມມືສະວິດ ແລະສາກົນ, ພິເສດແມ່ນໃນຂົງເຂດການເງິນສີຂຽວ, ການຜະລິດອຸດສາຫະກຳເຕັກໂນໂລຊີສູງ, ບຳລຸງສ້າງອາຊີບ ແລະເລີ່ມດຳເນີນທຸລະກິດ.
ແຫຼ່ງຄັດຈາກ: vovworld.vn