ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 3 ຂອງຫວຽດນາມ ໃນອີຢູ, ສ່ວນຫວຽດນາມ ກໍ່ແມ່ນຄູ່ຮ່ວມມືໃຫຍ່ສຸດຂອງອີຕາລີ ໃນອາຊຽນ. ວົງເງິນການຄ້າສອງສົ້ນປີ 2024 ບັນລຸ 6,9 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານ ເຢືອງຫາຍຮືງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຕາລີ ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການຮ່ວມມືລະຫວ່າງສອງປະເທດ, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ຕີລາຄາວ່າ: “ການພົວພັນຫວຽດນາມ-ອີຕາລີ ມີພື້ນຖານປະຫວັດສາດອັນເລິກເຊິ່ງ ແລະມູນເຊື້ອມິດຕະພາບແບບຍືນຍົງ. ພິເສດແມ່ນຂີດໝາຍຂອງປະທານໂຮ່ຈີມິນ ທີ່ໄວ້ຢູ່ອີຕາລີ ປີ 1928 ແລະດ້ວຍເລື່ອງ 21 ເສັ້ນທາງທີ່ມີຊື່ປະທານໂຮ່ຈີມິນ ຢູ່ອີຕາລີ ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ເພື່ອນໍາການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ຖືວ່າ ສອງປະເທດຕ້ອງສຸມໃສ່ເຂົ້າໃນການກໍານົດທິດຍຸດທະສາດ, ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ບຸລິມະສິດການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການທ່ອງທ່ຽວ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.

ໂດຍ: ໄຊນີດາ