    |
 |
ນັກທ່ອງທ່ຽວສາກົນຢ້ຽມຊົມໜອງດາບ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນເດືອນ ມິຖຸນາ 2025, ນັກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ບັນລຸ 1,46 ລ້ານເທື່ອຄົນ, ຫຼຸດລົງ 4,3% ເມື່ອທຽບໃສ່ເດືອນກ່ອນ ແລະເພີ່ມຂຶ້ນ 17,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໄລ່ລວມ 6 ເດືອນຕົ້ນປີ 2025, ນັກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ບັນລຸເກືອບ 10,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນນັ້ນ, ນັກທ່ອງທ່ຽວທາງອາກາດບັນລຸ 9,1 ລ້ານເທື່ອຄົນ, ກວມ 85,2% ຂອງນັກທ່ອງທ່ຽວສາກົນ ແລະເພີ່ມຂຶ້ນ 22,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໂດຍທາງບົກ ບັນລຸ 1,4 ລ້ານເທື່ອຄົນ, ກວມ 13,1% ແລະເພີ່ມຂຶ້ນ 10,9%; ໂດຍທາງທະເລ ບັນລຸ 181,4 ພັນເທື່ອຄົນ, ກວມ 1,7% ແລະ ເພີ່ມຂຶ້ນ 10%.
ປັດຈຸບັນ, ອາຊີຕາເວັນອອກສ່ຽງເໜືອ ແມ່ນແຫຼ່ງທ່ອງທ່ຽວສາກົນມາທ່ຽວຫວຽດນາມ ຫຼາຍທີ່ສຸດ, ພາຍຫຼັງ 6 ເດືອນຕົ້ນປີ 2025. ໃນນັ້ນ, ນັກທ່ອງທ່ຽວຈີນ ແມ່ນຫຼາຍທີ່ສຸດດ້ວຍ 2,72 ກວ່າລ້ານເທື່ອຄົນ; ນັກທ່ອງທ່ຽວ ສ.ເກົາຫຼີ ຢືນອັນດັບທີສອງດ້ວຍ 2,2 ລ້ານເທື່ອຄົນ. ຕະຫຼາດທີ່ພົ້ນເດັ່ນຈຳນວນໜຶ່ງກ່ຽວກັບນັກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ ຍັງມີ: ໄຕ້ຫວັນ (ຈີນ), ອາເມລິກາ, ກຳປູເຈຍ, ຍີ່ປຸ່ນ, ອິນເດຍ...
ສ່ວນຫຼາຍແຫຼ່ງນັກທ່ອງທ່ຽວສາກົນຫຼັກຂອງທ່ອງທ່ຽວຫວຽດນາມ ໄດ້ຮັບຮູ້ການເຕີບໂຕພາຍຫຼັງ 6 ເດືອນຕົ້ນປີນີ້. ໃນນັ້ນ, ລັດເຊຍ ແມ່ນຕະຫຼາດສົ່ງນັກທ່ອງທ່ຽວທີ່ມີອັດຕາການເຕີບໂຕສູງສຸດ ດ້ວຍ 259.849 ເທື່ອຄົນ, ບັນລຸ 239,3% ເມື່ອທຽບໃສ່ໄລຍະດຽວກັນ. ຈຳນວນນັກທ່ອງທ່ຽວຟີລິບປິນ ກໍເຕີບໂຕສູງຢູ່ໃນລະດັບ 205,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸ 217,633 ເທື່ອຄົນ. ບາງຕະຫຼາດນັກທ່ອງທ່ຽວຮັບຮູ້ການຫຼຸດລົງເລັກນ້ອຍເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊັ່ນ: ສ.ເກົາຫຼີ, ໄຕ້ຫວັນ (ຈີນ), ສາທາລະນະລັດ ເຊັກ.
ໂດຍ: ໄຊຊະນະ