ຫວຽດນາມ ມີກຳລັງໜູນຊຸກຍູ້ເປັນຢ່າງດີເພື່ອບັນລຸເປົ້າໝາຍເຕີບໂຕດ້ານການສົ່ງອອກໃນປີນີ້
ກປ.ອອນໄລ - ຕາມການຄາດຄະເນຂອງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ການສົ່ງອອກໃນໄລຍະ 6 ເດືອນຕົ້ນປີ 2025 ບັນລຸລະດັບເຕີບໂຕປະມານ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ລະອຽດແມ່ນ, ວົງເງິນສົ່ງອອກ-ນຳເຂົ້າໃນ 6 ເດືອນຕົ້ນປີຄາດວ່າບັນລຸປະມານ 426 - 430 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 15,5 - 15,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ວົງເງິນສົ່ງອອກຄາດວ່າບັນລຸປະມານ 215 - 217 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 13,8 - 14%, ວົງການນຳເຂົ້າຄາດວ່າບັນລຸປະມານ 211 - 213 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 17 - 17,2%. ການສົ່ງອອກເກີນດຸນຄາດວ່າບັນລຸ 3,4 - 4 ຕື້ໂດລາສະຫະລັດ.
ຕາມທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ບັນດາຕົວເລກດັ່ງກ່າວແມ່ນບັນລຸ ແລະລື່ນກາຍແຜນການທີ່ລັດຖະບານໄດ້ວາງອອກໂດຍພື້ນຖານ, ພ້ອມກັນນັ້ນແມ່ນກຳລັງໜູນຊຸກຍູ້ສຳຄັນສຳລັບແຜນການສົ່ງອອກເຕີບໂຕໃນ 6 ເດືອນທ້າຍປີ ກໍ່ຄືທັງປີ 2025, ດ້ວຍເປົ້າໝາຍແມ່ນສົ່ງອອກທັງປີບັນລຸກວ່າ 450 ຕື້ໂດລາສະຫະລັດ.
ເຖິງຢ່າງໃດກໍ່ຕາມ, ທ່ານ ເຈິ່ນແທັງຫາຍ ຖືວ່າ: ການເປີດກວ້າງຕະຫຼາດ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບຍາມໃດກໍ່ແມ່ນໜ້າທີ່ຈຸດສຸມ. ໃນນັ້ນ, ຫວຽດນາມ ກໍ່ຕ້ອງກຽມພ້ອມຊອກຫາ ແລະກະກຽມເພື່ອສາມາດດຳເນີນການເຈລະຈາບັນດາສັນຍາການຄ້າເສລີກັບພາກພື້ນຈຳນວນໜຶ່ງ, ຄື: ອາຊີໃຕ້, ຕາເວັນອອກກາງ, ອາຟະລິກາ, ອາເມລິກາລາຕິງ… ນີ້ແມ່ນບັນດາບໍລິເວນມີຈຳນວນພົນລະເມືອງຫຼາຍພໍສົນຄວນ, ກໍຄືຄວາມຕ້ອງການບໍລິໂພກບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ.
ໂດຍ: ທະນາພອນ