leftcenterrightdel
ພິທີເຊີດຊູບັນດາຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນ. ພາບ: Vietnam+

ວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດກ່ຽວກັບບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈໄດ້ສົມທົບກັບສະພາກາແດງຫວຽດນາມ ແລະສະຖາບັນໂລຫິດສາດ ແລະສົ່ງເລືອດສູນກາງ ຈັດພິທີເຊີດຊູບັນດາຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈດີເດັ່ນໃນທົ່ວປະເທດປີ 2025.

ທີ່ິພິທີ, ຄະນະຈັດຕັ້ງ ໄດ້ເຊີດຊູຜູ້ແທນ 100 ຄົນ, ເປັນຜູ້ບໍລິຈາກເລືອດ ແລະເມັດເລືອດ 4.800 ຖົງ. ບັນດາແບບຢ່າງຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈທີ່ໄດ້ຮັບການເຊີດຊູໃນຄັ້ງນີ້ ບໍ່ພຽງແຕ່ບໍລິຈາກເລືອດເປັນຫຼາຍຄັ້ງເທົ່ານັ້ນ, ຫາກນັບທັງບັນດາຜູ້ມີນ້ຳໃຈອັນສູງສົ່ງຈາກເຂດຫ່າງໄກສອກຫຼີກ, ຈາກບັນດາກຳລັງປະກອບອາວຸດ, ຂະແໜງສາທາລະນະສຸກ, ວິສາຫະກິດ, ຮາກຖານການສຶກສາ, ຜູ້ມີເລືອດຫາຍາກ… ປີ 2024, ທົ່ວປະເທດໄດ້ຂົນຂວາຍ ແລະຮັບເລືອດເກືອບ 1,75 ລ້ານຖົງ, ເທົ່າກັບຈຳນວນພົນລະເມືອງເຂົ້າຮ່ວມການບໍລິຈາກເລືອດກວ່າ 1,7%.

ແຫຼ່ງຄັດຈາກ: vovworld.vn